ສະຫະປະຊາຊາດຊຸກຍູ້ອະນາຄົດດີງາມກ່ວາໃຫ້ແກ່ ຕາເວັນອອກກາງ

ສະຫະປະຊາຊາດຊຸກຍູ້ອະນາຄົດດີງາມກ່ວາໃຫ້ແກ່ ຕາເວັນອອກກາງ - ảnh 1
ກິດຈະກຳກໍ່ສ້າງເຂດຕັ້ງຖີ່ນຖານຄົງທີ່ ຢູ່ Jerusalem ຕາເວັນອອກ
(ພາບ: tapchicongsan.org.vn)

(vovworld) - ວັນ​ທີ 14/2, ສະຫະ​ປະຊາ​ຊາດ ​ໄດ້​ໄຂ​ກອງ​ປະຊຸມ ປີ 2012 ຂອງ​ຄະນະ​ກຳມະການ​ປະຕິບັດ​ບັນດາ​ສິດ​ບໍ່ອາດ​ແຕະຕ້ອງ​ໄດ້ ຂອງ​ປະຊາຊົນ Palextin ຢູ່​ສຳນັກງານ​ເຮັດວຽກທີ່ New York, ​ແຫ່ງ​ສະຫະລັດ​ອາ​ເມ​ລິ​ກາ. ທີ່​ກອງ​ປະຊຸມ, ທ່ານ​ເລ​ຂາ​ທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki Moon ຢືນຢັນ​ວ່າ: ສະຫະ​ປະຊາ​ຊາດ​ຈະ​ຊຸກຍູ້ການ​ປ່ຽນ​ແປງ​ສະພາບ​ການ ​ແລະ ມຸ້ງ​ໄປ​ເຖິງ​ອະນາຄົດ​ອັນ​ດີງາມ​ກ່ວາ​ໃຫ້​ແກ່​ທັງ​ປະຊາຊົນ Ixraen ​ແລະ Palextin. ສະຫະ​ປະຊາ​ຊາດ​ສົ່ງ​ເສີມ ຝ່າຍ Palextin ແລະ Ixraen  ​ເຊື່ອມ​ຕໍ່​ການ​ເຈລະຈາ ກ່ຽວ​ກັບ​ຂໍ້​ກຳນົດ​ທີ່​ໝັ້ນ​ຄົງ ​ແລະ ປະຕິບັດ​ບັນດາ​ບາດກ້າວ​ອັນລະອຽດ​ເພື່ອ​ຟື້ນ​ຟູ​ຄວາ​ມ​ເຊື່ອ​ໝັ້ນ, ​ໃນ​ນັ້ນ Israel ຕ້ອງ​ຢຸດຕິ​ການ​ກໍ່ສ້າງ​ບັນດາ​ເຂດ​ຕັ້ງ​ຖີ່​ນຖານ​ຄົງ​ທີ່​ທີ່​ຜິດ​ກົດ​ໝາ​ຍສາກົນ, ​ໄປຝືນ​ກັບ​ກົດໝາຍ​ສາກົນ ​ແລະ ວິວັດທະນາ​ການ​ສັນ​ຕິ​ພາບ. ພ້ອມ​ກັນ​ນັ້ນ, Palextin ຄວນ​ປະຕິບັດ​ບັນດາ​ມາດ​ຕະການ​ສະກັດ​ກັ້ນ​ການ​ກະທຳ​ຕ່າງໆ​ທີ່​​ເປັນ​ການ​ຍຸຍົງ​ສົ່ງ​ເສີມ, ກ່າວ​ປະນາມ​ບັນດາ​​ເຫດ​ຍິງ​ລູກ​ສອນ​ໄຟ​ໃສ່​ເຂດ​ດິນ​ແດນ Israel ຈາກ​ເຂດ Gaza ​ແລະ ຢຸດຕິ​ການ​ບຸກ​ໂຈມ​ຕີ​ທີ່ເລັ່ງ​ໃສ່ Israel.

ຂ່າວ/ບົດ​ອື່ນ