ສະຫະປະຊາຊາດຊົມເຊີຍຫວຽດນາມ ຍ້ອນມີຜົນງານໃນການຕ້ານໂລກເອກ

ສະຫະປະຊາຊາດຊົມເຊີຍຫວຽດນາມ ຍ້ອນມີຜົນງານໃນການຕ້ານໂລກເອກ - ảnh 1

(vovworld)- ​ເນື່ອງ​ໃນ​ໂອກາດ​ວັນ​ໂລກ​ປ້ອງ​ກັນ ​ແລະ ຕ້ານ​ໂລກ​ເອກ ຄັ້ງ​ທີ 25 (1/12/1988-1/12/2013) ສະຫະ​ປະຊາ​ຊາດ​ໄດ້​ຊົມ​ເຊີຍ​ລັດຖະບານ​ຫວຽດນາມ ຍ້ອນ​ມີ​ບັນດາ​ຜົນງານ​ໃນ​ການ ປ້ອງ​ກັນ ​ແລະ ຕ້ານ​ໂລກ​ເອກ ​ແລະ ຮຽກຮ້ອງ​ມີ​ການ​ກະທຳ​ແທດ​ຈິງ​ເພື່ອປ້ອງ​ກັນ ​ແລະ ຕ້ານ​ການ​ຕິດ​ເຊື້ອ HIV / ໂລກ​ເອກ ​ເພື່ອ​ຮັບປະກັນ​ການ​ປະຕິບັດ​ບັນດາ​ຈຸດໝາຍ​ແຫ່ງ​ຊາດ ​ແລະ ຂອງ​ສາກົນ​ໃນ​ຂົງ​ເຂດ​ນີ້. ອົງການ​ອະນາ​ໄມ​ໂລກ WHO ​ໄດ້​ຮຽກຮ້ອງ​ຫວຽດນາມ​ຄວນ​ຍູ້​ແຮງ ​ແລະ ​ເປີດ​ກ້ວາງ​ທິດ​ສຳຜັດ​ໃໝ່ ​ແລະ ມີ​ຫົວຄິດ​ປະດິດ​ສ້າງ​ເພື່ອ​ສືບ​ຕໍ່​ຮັກສາ​ທ່ວງທ່າ​ພັດທະນາ​ບັນດາ​ການ​ເຄື່ອນ​ໄຫວປ້ອງ​ກັນ ​ແລະ ຕ້ານ​ການ​ຕິດ​ເຊື້ອ HIV / ໂລກ​ເອກ ​ແລະ ກ້າວ​ໄປ​ໄກ​ກ່ວາ​ອີກ.

 ​ໃນ​ຂະນະ​ນັ້ນ ຢູ່​ແຂວງ​ດ້ຽນບຽນ, ຟູ້ອຽນ ​ແລະ ທ້ອງ​ຖິ່ນ​ຕ່າງໆ​ຢູ່​ຫວຽດນາມ ກໍ​ໄດ້​ໄດ້​ຈັດ​ພິທີ​​ໂຮມ​ຊຸມນຸມ​ມິດ​ຕິງ​ເພື່ອ​ຕອບ​ສະໜອງ ​ເດືອນ​ກະທຳ​ແຫ່ງ​ຊາດ​ກ່ຽວ​ກັບ​ການປ້ອງ​ກັນ ​ແລະ ຕ້ານ​ການ​ຕິດ​ເຊື້ອ HIV / ໂລກ​ເອກປີ 2013 ດ້ວຍ​ຫົວ​ເລື່ອງ “ ​ເພື່ອ​ທ້ອງ​ຖິ່ນ​ບໍ່​ມີ​ຜູ້​ຕິດ​ເຊື້ອ HIVຄົນ​ໃໝ່”

ຂ່າວ/ບົດ​ອື່ນ