ສະຫະປະຊາຊາດຖືສຳຄັນບົດບາດຂອງແມ່ຍິງໃນການຕໍ່ສູ້ຕ້ານໂຄວິດ-19

(VOVWORLD) - ການກະທົບຈາກວິກິດການໂລກລະບາດໂຄວິດ-19 ທີ່ມີຕໍ່ແມ່ຍິງ, ພິເສດແມ່ນບັນດາເຂດເກີດການປະທະກັນ, ແມ່ນມີຄວາມວິຕົກກັງວົນທີ່ສຸດ ຍ້ອນການບໍລິການທີ່ຈຳເປັນຫລາຍຢ່າງຖືກຈຳກັດ.
ສະຫະປະຊາຊາດຖືສຳຄັນບົດບາດຂອງແມ່ຍິງໃນການຕໍ່ສູ້ຕ້ານໂຄວິດ-19 - ảnh 1ສະຫະປະຊາຊາດຖືສຳຄັນບົດບາດຂອງແມ່ຍິງໃນການຕໍ່ສູ້ຕ້ານໂຄວິດ-19 (ພາບ:  UN)

ການເຂົ້າຮ່ວມຢ່າງຄົບຖ້ວນຂອງແມ່ຍິງແມ່ນປັດໄຈສຳຄັນໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ-19 ກໍ່ຄືຊຸກຍູ້ວິວັດການສັນຕິພາບໃນໂລກ. ຕາມບົດລາຍງານທີ່ມີຫົວຂໍ້ວ່າ: “ໂຄວິດ-19 ແລະ ການປະທະກັນ: ການເຂົ້າຮ່ວມມີຄວາມໝາຍຂອງແມ່ຍິງກ້າວໜ້າໃນວິວັດການສັນຕິພາບ ແລະ ຊຸກຍູ້ຄຳສັ່ງຢຸດຍິງ” ຂອງອົງການສະຫະປະຊາຊາດເພື່ອແມ່ຍິງ ແລະ ຫ້ອງການບັນດາບັນຫາສ້າງສັນຕິພາບ ແລະ ການເມືອງຂອງສະຫະປະຊາຊາດ ຍົກອອກມາໃນວັນທີ 03 ສິງຫາ, ບັນດານັກຊ່ຽວຊານໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການເຂົ້າຮ່ວມທີ່ມີຄວາມໝາຍ, ສະເໝີພາບ ແລະ ຄົບຖ້ວນຂອງແມ່ຍິງສຳລັບພາລະກິດຮັບມືກັບໂລກລະບາດໂຄວິດ-19 ແລະ ບັນດາວິວັດການສັນຕິພາບໃນໂລກ.

        ບັນດານັກຊ່ຽວຊານກໍ່ຖືວ່າ: ການກະທົບຈາກວິກິດການໂລກລະບາດໂຄວິດ-19 ທີ່ມີຕໍ່ແມ່ຍິງ, ພິເສດແມ່ນບັນດາເຂດເກີດການປະທະກັນ, ແມ່ນມີຄວາມວິຕົກກັງວົນທີ່ສຸດ ຍ້ອນການບໍລິການທີ່ຈຳເປັນຫລາຍຢ່າງຖືກຈຳກັດ.

ຕອບກັບ

ຂ່າວ/ບົດ​ອື່ນ