ສະຫະປະຊາຊາດປຸກລະດົມບັ້ນເຄື່ອນໄຫວຕ້ານອາດຊະຍາກຳທີ່ມີການຈັດຕັ້ງ

ສະຫະປະຊາຊາດປຸກລະດົມບັ້ນເຄື່ອນໄຫວຕ້ານອາດຊະຍາກຳທີ່ມີການຈັດຕັ້ງ - ảnh 1
ພາບປະກອບ

(vovworld) - ວັນ​ທີ 16/7, ອົງການ​ປາບ​ປາມ​ຢາ​ເສບ​ຕິດ ​ແລະ ອາ​ດຊະ​ຍາ​ກຳ​ຂອງ​ສະຫະ​ປະຊາ​ຊາດ (ຫຼື UNODC)​ໄດ້​ປຸກລະດົມ​ບັ້ນ​ໂຄສະນາ​ໃໝ່ ​ເພື່ອ​ແນ​ໃສ່​ຍົກ​ສູງ​ສະຕິ​ຄວາມ​ຮັບ​ຮູ້ຂອງ​ວົງ​ຄະນະ​ຍາດ​ກ່ຽວ​ກັບ​ການ​ຂົ່ມ​ຂູ່​ຂອງ​ບັນດາ​ກຸ່ມ​ອາດ​ຊະ​ຍາ​ກຳທີ່​ມີ​ການ​ຈັດ​ຕັ້ງ. ບັ້ນ​ໂຄສະນາ​ດ້ວຍຫຼາຍ​ຮູບ​ການ​ຂອງ UNODC ​ໄດ້​ຊີ້​ແຈງບັນດາ​ບ້ວງ​ເງິນ​ກ້ອນໃຫຍ່​ ທີ່​ກ່ຽວ​ຂ້ອງ​ເຖິງ​ບັນດາ​ການ​ເຄື່ອນ​ໄຫ​ວອາດຊະຍາ​ກຳ​ທີ່​ມີ​ການ​ຈັດ​ຕັ້ງ​ຄື: ການຄ້າຢາ​ເສບ​ຕິດ ​ແລະ ອາວຸດ, ອາດ​ຊະ​ຍາ​ກຳ​ທາງ​ອີນ​ເຕີ​ເນັດ. ຄາດ​ວ່າ, ຈຳ​ນວນ​ເງິນ​ເຊິ່ງບັນດາ​ອົງການ​ຈັດ​ຕັ້ງ​ອາດຊະຍາ​ກຳສາກົນ​ເກັບ​ມາ​ໄດ້​ຜ່ານ​ການ​ເຄື່ອນ​ໄຫວ​ດັ່ງກ່າວ​ໃນ​ແຕ່ລະ​ປີ​ແມ່ນຂຶ້ນ​ເຖິງ​ 870 ຕື້ USD, ທຽບ​ເທົ່າ​ກັບ1,5% ຍອດ​ຜະລິດ​ຕະພັນ​​ພາຍ​ໃນ (ຫຼື GDP) ໃນ​ທົ່ວ​ໂລກ. ການ​ຄ້າ​ຢາ​ເສບ​ຕິດ ​ແມ່ນ​ການ​ເຄື່ອນ​ໄຫວ​ທີ່​ຫາກຳ​ໄລ​ໄດ້​ຫຼາຍ​ທີ່​ສຸດ​ແມ່ນ (320 ຕື້ USD/ປີ). ບັ້ນ​ເຄື່ອນ​ໄຫວ​ນີ້​ໄດ້​ເລີ່​ມປະຕິບັດ​ໃນ​ບັນດາ​ເວັບ​ໄຊ​ສັງ​ຄົມ​ຄື: Twitter, Facebook ​ແລະ Google +, ກໍ​ຄື​ໃນ​ເວັບ​ໄຊ​ສະ​ເພາະ​ຂອງ UNODC.

ຂ່າວ/ບົດ​ອື່ນ