ສະຫະປະຊາຊາດປະກາດແຜນການຖອນກຳລັງທະຫານຕ່າງປະເທດອອກຈາກລີບີ

(VOVWORLD) -ສປຊ ໃຫ້ຮູ້ວ່າ ແຜນການກະທຳຂອງຄະນະກຳມະການທະຫານປະສົມ “5+5” ຈະແມ່ນພື້ນຖານໃຫ້ແກ່ວິວັດການຖອນກຳລັງທະຫານຕ່າງປະເທດ ແລະ ທະຫານຮັບຈ້າງທັງໝົດອອກຈາກ ລີບີ.
ສະຫະປະຊາຊາດປະກາດແຜນການຖອນກຳລັງທະຫານຕ່າງປະເທດອອກຈາກລີບີ  - ảnh 1ພົນທະຫານ ອີຕາລີ ທີ່ ພິທີມອບຮັບສິດຄວບຄຸມໃຫ້ ລີບີ ຢູ່ ຖານທີ່ໝັ້ນການທະຫານ Tripoli ເມື່ອເດືອນທັນວາປີ 2020. (AFP/TTXVN)

ວັນທີ 8 ຕຸລາ ສະຫະປະຊາຊາດ ໄດ້ປະກາດວ່າ ບັນດາຄະນະຜູ້ແທນການທະຫານ ລີບີ ໄດ້ເຫັນດີ ຕໍ່ແຜນການກະທຳຮອບດ້ານເພື່ອແນໃສ່ຖອນກຳລັງທະຫານຮັບຈ້າງ ແລະ ພົນທະຫານຕ່າງປະເທດທັງໝົດອອກຈາກປະເທດນີ້. ໃນກອງປະຊຸມທີ່ແກ່ຍາວມາເປັນເວລາ 3 ວັນ ຢູ່ ເຊີແນວ ປະເທດ ສະວິດ, ສປຊ ໃຫ້ຮູ້ວ່າ ແຜນການກະທຳຂອງຄະນະກຳມະການທະຫານປະສົມ “5+5” ຈະແມ່ນພື້ນຖານໃຫ້ແກ່ວິວັດການຖອນກຳລັງທະຫານຕ່າງປະເທດ ແລະ ທະຫານຮັບຈ້າງທັງໝົດອອກຈາກ ລີບີ.

ຫົວຫນ້າຄະນະຜູ້ຕາງຫນ້າ ສປຊ ປະຈຳ ລີບີ, ທ່ານ Jan Kubis ຍ້ອງຍໍແຜນການນີ້ ແມ່ນບາດກ້າວບຸກທະລຸມີລັກສະນະຕັດສິນຊີ້ຂາດ, ອາດຈະສ້າງກຳລັງຫນູນຕັ້ງຫນ້າ ແລະ ສ້າງພື້ນຖານໃຫ້ແກ່ໄລຍະສະຖຽນລະພາບ, ປະຊາທິປະໄຕ ຢູ່ ລີບີ. ຄຽງຄູ່ກັນນັ້ນ ຄະນະກຳມະການດັ່ງກ່າວ ກໍ່ຄວນຜັນຂະຫຍາຍບັນດານັກສັງເກດການຕິດຕາມການຢຸດຍິງຂອງ ສປຊ ໂດຍໄວ.

ຕອບກັບ

ຂ່າວ/ບົດ​ອື່ນ