ສະຫະປະຊາຊາດປະຕິເສດ ສົນທິສັນຍາໃໝ່ກ່ຽວກັບ ລະເບີດລູກຫວ່ານ

ສະຫະປະຊາຊາດປະຕິເສດ ສົນທິສັນຍາໃໝ່ກ່ຽວກັບ ລະເບີດລູກຫວ່ານ - ảnh 1
( ພາບ : AFP)

ບັນດາປະ​ເທດສະມາຊິກ ສປຊ ຫາກໍເຫັນດີເປັນເອກະສັນນຳກັນປະຕິເສດ ສົນທິສັນຍາໃໝ່ກ່ຽວກັບລະເບີດລູກຫວ່ານ​ໂດຍ ອາ​ເມ​ລິ​ກາ ​ໜູນ​ຫຼັງ​ ​ແລະ​ ຖື​ວ່າ​ໂລກ​ໄດ້​ມີ ສົນທິສັນຍາວ່າດ້ວຍການເກືອດຫ້າມນຳໃຊ້ ລະ​ເບີດ​ປະ​ເພດ​ນີ້​ແລ້ວ, ດັ່ງ​ນັ້ນ​ ສົນທິສັນຍາ​ໃໝ່​ສະບັບ​ໜຶ່ງ ພຽງ​ແຕ່​​ເຮັດ​ໃຫ້​ບັນດາ​ຂໍ້​ມາດຕາຂອງສົນທິ​ສັນຍາ​ທີ່​ໄດ້​ມີ​ຢູ່​ແລ້ວ ສູນ​ເສຍຄຸນ​ປະ​ໂຫຍ​ດ​ໄປ. ຕາ​ມ ສປຊ, ສົນທິສັນຍາໃໝ່ ປະກອບ​ດ້ວຍ​ບັນດາ​ຂໍ້​ມາດຕາ​ທີ່​ມີ​ຄວາມ​ຂັດ​ແຍ່ງ​ສົມຄວນ ​ໃນ​ຂະນະ​ທີ​ສະໜັບ ສະໜູນ​ຕໍ່​ການ​ປະຕິ​ເສດ ລະ​ເບີດ​ລູກ​ຫວ່ານ​ທຸກ​ປະ​ເພດ ຊຶ່ງ​ໄດ້​ຮັບ​ການຜະລິດ ກ່ອນປີ 1980, ​ແຕ່​ອະນຸຍາດ​ໃຫ້​ບັນດາ​ປະ​ເທດ​ມີ​ສິດ​ນຳ​ໃຊ້ລະ​ເບີດ​ລູກ​ຫວ່ານ​ທຸກ​ປະ​ເພດ ຊຶ່ງ​ໄດ້​ຮັບ​ການຜະລິດພາຍຫຼັງ​ປີ 1980 ດ້ວຍຄວາມ​ສຳ​ເລັດ​ໃນ​ການ​ບັນລຸລະດັບ​ອະນຸ​ພາບ​ທຳລາຍ ຂຶ້ນ​ເຖິງ​ 99%. ສົນທິສັນຍາສະບັບ​ນີ້ ພາຍຫຼັງ ຖືກ​ນຳ​ສະ​ເໜີ, ​ໄດ້​ຖືກ​ຄັດຄ້ານ​ຢ່າງ​ຮຸ່ນ​ແຮງ​ຈາກ​ຫຼາຍ​ປະ​ເທດ​ໃນ​ໂລກ ນັບ​ທັງ​ ອັງ​ກິດ ​ຊຶ່ງ​ແມ່ນ​ປະ​ເທດ​ພັນທະ​ມິດ​ຂອງ​ອາ​ເມ​ລິ​ກາ. ພັນທະ​ພາບຕ້ານລະເບີດ ລູກຫວ່ານ CMC ​ໄດ້​ກ່າວ​ເຕືອນ​ວ່າ ​ເມື່ອ ສົນທິສັນຍານີ້​ໄດ້​ຮັບຮອງ​ເອົາ, ມັນ​ຈະ​ພາ​ໄປ​ເຖິງ​ເລື່ອງຫຼາຍ​ປະ​ເທດທີ່​ບໍ່​ລົງ​ນາມ​ໃນສົນທິສັນຍາຕ້ານ ລະເບີດລູກຫວ່ານ ​ໃນ​ນັ້ນ​ມີ​ອາ​ເມ​ລິ​ກາ ຈະ​ເພີ່ມ​ທະວີ​ການ​ນຳ​ໃຊ້ ລະ​ເບີດ​ລູກ​ຫວ່ານ​ທຸກ​ປະ​ເພດທີ່​ມີ ອະນຸ​ພາບ​ທຳ​ລາຍ​ສູງ.

ຂ່າວ/ບົດ​ອື່ນ