ສະຫະປະຊາຊາດພິຈາລະນາຄວາມສາມາດຈັດວາງຄຳສັ່ງຢຸດຍິງຢູ່ຊີຣີ

ສະຫະປະຊາຊາດພິຈາລະນາຄວາມສາມາດຈັດວາງຄຳສັ່ງຢຸດຍິງຢູ່ຊີຣີ - ảnh 1
(ພາບ​ປະ​ກອບ: AFP/TTXVN)

(vovworld) - ວັນ​ທີ 03/10, ສະ​ຫະ​ປະ​ຊາ​ຊາດ ເລີ່ມ​ຕົ້ນການພິ​ຈາ​ລະ​ຈາ​ຮ່າງ​ມະ​ຕິ​ເພື່ອ​ແນ​ໃສ່​ຈ​ັດ​ວາງຄຳ​ສັ່ງ​ຢຸດ​ຍິງຢູ່​ນະ​ຄອນ Aleppo ຂອງ​ຊີ​ຣີ ກໍ່​ຄື​ຢຸດ​ຕິທຸກ​ຖ້ຽວ​ບິນ​ທະ​ຫານ​ໃນ​ນ່ານ​ຟ້າ​ນະ​ຄອນນີ້. ຕາມ​ບັນ​ດາ​ແຫຼ່ງ​ຂ່າວ​ການ​ທູດແລ້ວ, ຮ່າງ​ມະ​ຕິໂດຍ​ຝ​ລັ່ງ ຮຽບ​ຮຽງ ໄດ້​ຍື່ນ​ສະ​ເໜີ​ຕໍ່​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໃນ​ທ້າຍ​ອາ​ທິດ​ຜ່ານ​ມາ​ແລ້ວ ແລະ ການ​ປ່ອນ​ບັດຮັບ​ຮອງ​ເອົ​າ​ອາດ​ຈະ​ຖືກ​ດຳ​ເນີນ​ໃນ​ອາ​ທິດນີ້. ຕາມ​ຮ່າງ​ມະ​ຕິ, ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ອາດ​ຈະ​ຈັດ​ວາງບັນ​ດາ​ມາດ​ຕະ​ການຕື່ມ​ອີກ ຖ້າ​ຫາກ​ຝ່າຍ​ຕ່າງໆ​ບໍ່​ເຄົາ​ລົບ. ຮ່າງ​ມະ​ຕິກໍ່​ຮຽກ​ຮ້ອງ​ໃຫ້ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ຍົກ​ອອກ​ບັນ​ດາ​ການ​ຄັດ​ເລືອກໂດຍ​ໄວ ເພື່ອ​ສ້າງ​ຕັ້ງກົນ​ໄກ​ຕິດ​ຕາມກວດ​ກາ​ສຳ​ລັບ​ຄຳ​ສັ່ງ​ຢຸດ​ຍິງ, ດ້ວຍ​ການ​ໜູນ​ຊ່ວຍ​ຂອງ 23 ປະ​ເທດອຸ​ປະ​ຖຳ​ໃຫ້​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ​ຊີ​ຣີ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ທຸກ​ຝ່າຍ​ເຂົ້າ​ຮ່ວມ​ການ​ສູ້​ຮົບຢູ່​ປະ​ເທດ​ຕາ​ເວັນ​ອອ​ກກາງນີ້, ພິ​ເສດ​ແມ່ນ​ອຳ​ນາ​ດ​ການ​ປົກ​ຄອງ​ຊ​ີ​ຣີ ປະ​ຕິ​ບັດ​ບັນ​ດາ​​ພັນ​ທະ​ຂອງ​ຕົນ​ໂດຍ​ທັນ​ທີ.

        ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ອາ​ເມ​ລິ​ກາ ຖະ​ແຫຼງ​ຢຸດ​ຕິ​ບັນ​ດາ​ການ​ເຈ​ລະ​ຈາ​ກັບ​ລັດ​ເຊຍ ກ່ຽວ​ກັບ​ຄວາມ​ມາ​ນະ​ພະ​ຍາ​ຍາມຢຸດ​ຕິ​ການ​ໃຊ້​ຄວາມ​ຮຸນ​ແຮງຢູ່​ຊ​ີ​ຣີ ພ້ອມ​ທັງ​ກ່າວ​ຫາວ່າ ​ມົດ​ສະ​ກູ ບໍ່​ເຄົາ​ລົບ​ບັນ​ດາ​ຄຳ​ໝັ້ນ​ສັ​ນ​ຍາ​ໃນ​ຂໍ້​ຕົກ​ລົງ​ຢຸ​ດ​ຍິງເມື່ອ​ວັ​ນ​ທີ 09/09 ຜ່ານ​ມາ.

ຂ່າວ/ບົດ​ອື່ນ