ສະຫະປະຊາຊາດມຸ້ງໄປເຖິງບັນດາໂຄງການ ພັດທະນາຫຼັງຈຸດໝາຍພັດທະນາ ສະຫັດສະວັດ

ສະຫະປະຊາຊາດມຸ້ງໄປເຖິງບັນດາໂຄງການ ພັດທະນາຫຼັງຈຸດໝາຍພັດທະນາ ສະຫັດສະວັດ - ảnh 1

(ພາບ: TTXVN)

(vovworld)- ​​​ແຕ່ວັນ​ທີ 24-27/3, ຢູ່​ເກາະ​ບາ​ລີ ປະ​ເທດ​ອິນ​ໂດ​ເນ​ເຊຍ, ​ໄດ້​ຈັດ​ກອງ​ປະຊຸມ​ຄັ້ງທີ 4 ກຸ່ມ​ຂັ້ນສູງ ສປຊ ກ່ຽວ​ກັບໂຄງການ​ພັດທະນາ​ຫຼັງ​ຈຸດໝາຍ​ພັດທະນາ​ສະຫັດ​ສະ​ວັດ (MDG) 2015 ດ້ວຍ​ຫົວ​ເລື່ອງ “ການ​ພົວພັນ​ຄູ່​ຮ່ວມ​ມື​ທົ່ວ​ໂລກ​ແມ່ນ​ພາຫະ​ນະ​ປະຕິບັດ“. ທີ່​ກອງ​ປະຊຸມ, 27 ປະ​ເທດ​ສະມາຊິກກຸ່ມ​ຂັ້ນສູງ ສປຊ ​ໄດ້​ສຸມ​ໃສ່​ແລກປ່ຽນ ​ແລະ ປຶກສາ​ຫາລື​ກ່ຽວ​ກັບ​ວິ​ໄສ​ທັດ​ພັດທະນາ​ພາຍຫຼັງ​ປີ 2015, ​ໃນ​ນັ້ນ​ໃຫ້​ບຸລິມະສິດ​ບັນດາ​ຈຸດໝາຍ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ຮັກສາ​ຄວາມ​ວັດ​ຖະນາ​ຖາວອນ ໝັ້ນຄົງ​ໃຫ້​ທຸກ​ຄົນ ​ແລະ ​ໃນ​ອະນາຄົດ, ບັນດາ​ຄວາມ​ມານະ​ພະຍາຍາມ​ບັນລຸ​ໄດ້​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ທົ່ວ​ໂລກ ​ແລະ ການ​ປະຕິບັດ​ຂອງ​ການ​ພົວພັນ​ນີ້. ຢູ່​ນອກ​ກອງ​ປະຊຸມ, ​ໄດ້​ຈັດ​ໃຫ້​ມີ​ບັນດາ​ການ​ທາ​ບທາມ​ຄຳ​ເຫັນ​ບັນດາຝ່າຍ​ກ່ຽວຂ້ອງ ຊື່​ງລວມມີ: ​ເວທີ​ປາ​ໄສຄົ້ນຄ້ວາ​ທົ່ວ​ໂລກ, ​ເວທີ​ປາ​ໄສ​ພາກ​ເອກະ​ຊົນ, ​ເວທີ​ປາ​ໄສ​ທົວ​ໂລກ​ບັນດາ​ອົງການ​ສັງຄົ​ມພົນລະ​ເຮືອນ ​ແລະ ​ເວທີ​ປາ​ໄສ​ທາ​ບທາມ​ຄຳ​ເຫັນ​ຂອງ​ຊາວ​ໜຸ່ມ​ບັນດາ​ຝ່າຍ​ກ່ຽວຂ້ອງ ປຶກ​ສາ​ຫາລື​ກ່ຽວ​ກັບ​ບັນ​ດາ​ບັນຫາ​ຕ່າງ​ມີ​ຄວາມ​ສົນ​​ໃຈ ​ແລະ ບັນດາ​ການ​ໃຫ້​ບຸລິ​ມະ​ສິດ​ຂອງ​ອົງການ​ນີ້. ຂໍ້​ສະ​ເໜີ​ຕ່າງໆ​ຂອງ​ບັນດາ​ກອງ​ປະ​ຊຸມ​ນີ້ຈະ​ຖືກ​ຍື່ນ​ສະ​ເໜີ​ຕໍ່​ກອງ​ປະຊຸມ​ກຸ່ມ​ຂັ້ນສູງ ສປຊ ພິຈາລະນາ​ເພື່ອ​ປະກອບ​ເຂົ້າ​ໃນ​ການ​ສ້າງ​ບັນດາ​ຈຸດໝາຍ​ລວມ​ໃຫ້​ບັນດາ​ໂຄງການ​ພັດທະນາ​ຫຼັງ​ບັນດາ​ຈຸດໝາຍ​ສະຫະ​ສະ​ວັດ 2015 ຂອງ ສປຊ.

ຂ່າວ/ບົດ​ອື່ນ