ສະຫະປະຊາຊາດ,ລັດເຊຍ ສະໜັບສະໜູນຄວາມມານະພະຍາຍາມຂອງ EU ປົກປ້ອງຂໍ້ຕົກລົງ JCPOA

(VOVWORLD) - ໃນຂະນະນັ້ນ, ທ່ານ Junker ຢັ້ງຢືນຄືນໃໝ່ຄຳຕັດສິນຂອງ EU ປົກປ້ອງ JCPOA ຍ້ອນຄວາມສຳຄັນແຖວໜ້າແມ່ນຮັກສາສັນຕິພາບໃນພາກພື້ນ, ກໍ່ຄືໃນທົ່ວໂລກ.

ສະຫະປະຊາຊາດ,ລັດເຊຍ ສະໜັບສະໜູນຄວາມມານະພະຍາຍາມຂອງ EU ປົກປ້ອງຂໍ້ຕົກລົງ JCPOA - ảnh 1

ທ່ານເລຂາທິການໃຫຍ່ ສປຊ Antonio Guterres 

(ພາບ: AFP/TTXVN)

ກ່າວຄຳເຫັນທີ່ການປະຊຸມຂ່າວຮ່ວມພາຍຫຼັງການພົບປະກັບທ່ານ Jean – Claude Juncker, ປະທານຄະນະກຳມະການ ເອີລົບ ໃນວັນທີ 16 ພຶດສະພາ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres ໄດ້ສະແດງໃຫ້ເຫັນການສະໜັບສະໜູນສະຫະພາບ ເອີລົບ (EU) ໃນການປົກປ້ອງຂໍ້ຕົກລົງນິວເຄຼຍ ອີຣານ ພາຍຫຼັງ ອາເມລິກາ ຖອນຕົວອອກຈາກຂໍ້ຕົກລົງທີ່ມີຊື່ວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA) ສະບັບນີ້. ໃນຂະນະນັ້ນ, ທ່ານ Junker ຢັ້ງຢືນຄືນໃໝ່ຄຳຕັດສິນຂອງ EU ປົກປ້ອງ JCPOA ຍ້ອນຄວາມສຳຄັນແຖວໜ້າແມ່ນຮັກສາສັນຕິພາບໃນພາກພື້ນ, ກໍ່ຄືໃນທົ່ວໂລກ.

        ແລະ ກໍ່ໃນວັນດຽວກັນ, ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ລັດເຊຍ Sergei Ryabkov ກໍ່ໃຫ້ຮູ້ວ່າ ລັດເຊຍ ກໍ່ສະໜັບສະໜູນຂໍ້ສະເໜີຂອງ EU ກ່ຽວກັບເລື່ອງຈັດຕັ້ງການພົບປະເພື່ອປຶກສາຫາລື ກ່ຽວກັບຂໍ້ຕົກລົງນິວເຄຼຍ ອີຣານ ຢູ່ ວຽນ, ປະເທດ ໂອຕຣິດ ໃນອາທິດໜ້າ.

ຕອບກັບ

ຂ່າວ/ບົດ​ອື່ນ