ສະ​ຫະ​ປະ​ຊາ​ຊາດ​ສືບ​ສວນ​ເຫດ​ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ.ເກົາຫຼີ

(VOVWORLD) -ບັນດາກຳມະການສະພາຄວາມໝັ້ນຄົງ ສປຊ ທີ່ເປັນຜູ້ຕາງໜ້າຂອງ ເອີລົບ ໄດ້ຮຽກຮ້ອງໃຫ້ຈັດວາລະປຶກສາຫາລືບັນດາຫາເຫດຍິງລູດສອນໄຟ ຫວ່າງມໍ່ໆມານີ້ຂອງ ສປປ.ເກົາຫຼີ. ຝລັ່ງ, ແອັດສໂຕນີ, ອຽກລັງ, ນ໋ອກແວ ແລະ ອັງກິດ ໄດ້ຮຽກຮ້ອງໃຫ້ຈັດກອງປະຊຸມລັບ ກ່ຽວກັບບັນຫານີ້ໃນວັນທີ 30 ມີນາ ຈະມາເຖິງ.
ສະ​ຫະ​ປະ​ຊາ​ຊາດ​ສືບ​ສວນ​ເຫດ​ຍິງ​ລູກ​ສອນ​ໄຟ​ຂອງ ສ​ປ​ປ.ເກົາຫຼີ - ảnh 1ສປປ.ເກົາຫຼີ ຍິງທົດລອງລູກສອນໄຟ (ພາບ: AFP/TTXVN)

ວັນທີ 26 ມີນາ, ຄະນະກຳມະການລົງໂທດ ສປປ.ເກົາຫຼີ ຂອງ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ໄດ້ຮຽກຮ້ອງໃຫ້ບັນດານັກຊ່ຽວຊານຂອງ ຄະນະກຳມະການສືບສວນເຫດທົດລອງການຍິງລູກສອນໄຟກ່ອນນັ້ນ 1 ວັນຂອງ ສປປ.ເກົາຫຼີ. ຄະນະກຳມະການລວມມີຜູ້ຕາງໜ້າທີ່ມາຈາກ 15 ປະເທດ ກຳມະການສະພາຄວາມຄວາມໝັ້ນຄົງ ສປຊ ໄດ້ວາງອອກຂໍ້ຕົກລົງສືບສວນ ພາຍຫຼັງກອງປະຊຸມລັບທີ່ໄດ້ດຳເນີນໃນວັນທີ 26 ມີນາ.

        ບັນດາກຳມະການສະພາຄວາມໝັ້ນຄົງ ສປຊ ທີ່ເປັນຜູ້ຕາງໜ້າຂອງ ເອີລົບ ໄດ້ຮຽກຮ້ອງໃຫ້ຈັດວາລະປຶກສາຫາລືບັນດາຫາເຫດຍິງລູດສອນໄຟ ຫວ່າງມໍ່ໆມານີ້ຂອງ ສປປ.ເກົາຫຼີ. ຝລັ່ງ, ແອັດສໂຕນີ, ອຽກລັງ, ນ໋ອກແວ ແລະ ອັງກິດ ໄດ້ຮຽກຮ້ອງໃຫ້ຈັດກອງປະຊຸມລັບ ກ່ຽວກັບບັນຫານີ້ໃນວັນທີ 30 ມີນາ ຈະມາເຖິງ.

        ວັນທີ 26 ມີນາ, ສຳນັກຂ່າວສານສູນກາງ ສປປ.ເກົາຫຼີ KCNA ໃຫ້ຮູ້ວ່າ ວິທະຍາຄານວິທະຍາສາດການທະຫານ ສປປ.ເກົາຫຼີ ໄດ້ຍິງທົດລອງ ລູກສອນໄຟນຳວິຖີຍຸດທະສາດໃໝ່ 2 ລູກສຳເລັດ. ນີ້ແມ່ນເຫດຍິງລູກສອນໄຟທີ 2 ຂອງ ສປປ.ເກົາຫຼີ ໃນຮອບເວລາ 1 ອາທິດ, ພາຍຫຼັງເຫດຍິງລູດສອນໄຟນຳວິຖີໄລຍະສັ້ນ ອອກສູ່ທະເລໃນທ້າຍອາທິດແລ້ວນີ້.

ຕອບກັບ

ຂ່າວ/ບົດ​ອື່ນ