ສະຫະປະຊາຊາດສະເຫຼີມສະຫຼອງວັນມະຫາສະມຸດໂລກ

ສະຫະປະຊາຊາດສະເຫຼີມສະຫຼອງວັນມະຫາສະມຸດໂລກ - ảnh 1
ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon
(ພາບ​ປະ​ກອບ: AFP/TTXVN)

(vovworld) - ​ວັນ​ທີ 08/06, ໃນສານ​​ຈາກ​ພິ​ທີ​ສະ​ເຫຼີ​ມ​ສະ​ຫຼອງວັນ​ມະ​ຫາ​ສະ​​​ມຸດ​ໂລ​ກ 2016 ດ້ວຍ​ຫົວ​ຂໍ້​ວ່າ “ມະ​ຫາ​ສະ​​​ມຸດ​ສະ​ອາດ, ໜ່ວຍ​​ພິ​ພົບ​ປອດ​ໄສ” ເຊິ່ງ​ດຳ​ເນີນ​ຢູ່​ນິວຢອກ, ປະ​ເທດ​ອາ​ເມ​ລິ​ກາ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສະ​ຫະ​ປະ​ຊາ​ຊາດ Ban Ki moon ໄດ້​ຮ​ຽກ​ຮອງ​ໃຫ້​ບັນ​ດາ​ປະ​ເທດ​​ມີ​ການ​ເຄື່ອນ​ໄຫວ​ຢ່າງ​ເຂັ້ນ​ງວດ ເພື່ອ​ປົກ​ປັ​ກ​ຮັກ​ສາ​​ຄວາມ​ປອດ​ໄສ​ໃຫ້ບັນ​ດາ​ມະ​ຫາ​ສະ​​​ມຸດໃນ​ອະ​ນາ​ຄົດ. ໃນ​​ສານ​ດັ່ງ​ກ່າວ, ທ່ານ​ Ban Ki moon ເນັ້ນ​ໜັກ​ວ່າ, ເພື່ອ​ປົກ​ປັກ​ຮັກ​ສາ​ຄວາມ​ສະ​ອາດ​​ໃຫ້ບັນ​ດາ​ມະ​ຫາ​ສະ​​​ມຸດ, ສິ່ງ​ສຳ​ຄັນ​ທີ່​ສຸ​ດ​ແມ່ນ​ຕ້ອງ​ຮັດ​ແຈ້ງ​ສະ​ພາບ​ປະ​ຈຸ​ບັນ​ຂອງ​ທະ​ເລ ພ້ອມ​ທັງ​ຊີ້​ແຈ້ງ​ບັນ​ດາ​ຜົນ​ກະ​ທົບ​ເຊິ່ງ​ການ​ກະ​ທຳ​ຂອງ​ມະ​​ນຸດ ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ກໍ່​ຂຶ້ນ​ສຳ​ລັບມະ​ຫາ​ສະ​​ໝຸດ​​ ແລະ ກໍ່​ທີ່​ພິ​ທີ, ທ່ານ​ນາງ Irina Bokova, ຜູ​້​ອຳ​ນວຍ​ການ​ໃຫຍ່​ອົງ​ການ​ວັດ​ທະ​ນະ​ທຳ, ວິ​ທະ​ຍາ​ສາດ ແລະ ສຶກ​ສາ​ສ​ະ​ຫະ​ປະ​ຊາ​ຊາດ (UNESCO) ໃຫ້​ຮູ້​ວ່າ, ປີ 2016 ເຊິ່ງ​ແມ່ນ​ປີ​ທີ່​ໂລກ​ເລີ່ມ​ປະ​ຕິ​ບັດ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ໂຄງກ​ານ​ດຳ​ເນີນ​ງານ​ພັດ​ທະ​ນາ​ແບບ​ຍື​ນ​ຍົງ​ເຖິງ​ປີ 2030 ແລະ ສັນ​ຍາ ປາ​ຣີ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ທ່ານ​ນາງ​ເນັ້ນ​ໜັກ​ວ່າ, ເຖິງວ່າ​ບັນ​ດາ​ການ​ເຄື່ອນ​ໄ​ຫວ​ຂອງ​ມະ​ນຸດ​ພວມ​​ກະ​ທົບນັບ​ມື້​ນັບ​ຫຼາຍ​ເຖິງ​ສະ​ພາບ​ແວດ​ລ້ອມ​ຂອງທ​ະ​ເລ​ກໍ່​ຕາມ, ແຕ່​ບັນ​ດາ​ມະ​ຫາ​ສະ​​​ມຸດ​ຍັງ​ສວມ​ບົດ​ບາດ​ສຳ​ຄັນ​ໃນ​ການ​ຊ່ວຍ​ບັນ​ດາ​ປະ​ເທດ​ປະ​ຕິ​ບັດ​ຄາດ​ໝາຍ​​ລົົບ​ລ້າງ​ສະ​ພາບ​ອຶດ​ຫິວ​ທຸກ​ຍາກ, ຈົນ​ຕາແຈ.

ຂ່າວ/ບົດ​ອື່ນ