ສະຫະປະຊາຊາດສະໜັບສະໜູນສິດຂອງປະຊາຊົນຊີຣີໄດ້ຕັດຕິນຊາຕະກຳຂອງປະເທດຊາດ

ສະຫະປະຊາຊາດສະໜັບສະໜູນສິດຂອງປະຊາຊົນຊີຣີໄດ້ຕັດຕິນຊາຕະກຳຂອງປະເທດຊາດ - ảnh 1
(​ພາ​ບ​ປະ​ກອບ)

(vovworld) - ​ ​​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ໄດ້​ຢືນ​ຢັນ​ຄືນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຂອງ​ອົງ​ການນີ້​ສຳ​ລັບ​ເອ​ກະ​ລ​າດ, ອະ​ທິ​ປະ​ໄຕ ແລະ ​ຜືນ​ແຜ່ນ​ດິນ​ອັນ​ຄົບ​ຖ້ວນ​ຂອງ​ຊີ​ຣີ. ໃນ​ມະ​ຕິ​ກ່ຽວ​ກັບ​ວິ​ວັດ​ທະ​ນາ​ການ​ສັນ​ຕິ​ພາບ​ຢູ່​ຊີ​ຣີ ໂດຍ​ອາ​ເມ​ລິ​ກາ​ຮຽບ​ຮຽງ, ເຊິ່ງ​​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ​ຮັບ​ຮອງ​ເອົາ​ໃນ​ຕອ​ນ​ເຊົ້າ​ວັນ​ທີ 19/12. ສະ​ພາ​ຄວາມ​ໝັ້ນຄົງ​ສະ​ຫະ​ປະ​ຊາ​ຊາດ ​ກໍໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່​ຽວ​ຂ້ອງ​ຢູ່​ຊ​ີ​ຣີ ປະ​ຕິ​ບັດ​ບັນ​ດາ​ບາດ​ກ້າວ​ທີ່​ຈຳ​ເປັນ ແລະ ຖືກ​ຕ້ອ​ງ​ເພື່ອ​ປົກ​ປ້ອງ​ສາ​ມັນ​ຊົນ. ກ່ຽວ​ກັບ​ມາດ​ຕະ​ການ​ແກ້​ໄຂ​ໃຫ້​ວິ​ກິດ​ການ​ຢູ່​ຊີ​ຣີ, ມະ​ຕິ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ສະ​ຫະ​ປະ​ຊາ​ຊາດ ຢືນຢັນ​ວ່າ, ປະ​ຊາ​ຊົນ​ຊີ​ຣີ ຈະ​ຕັດ​ສິນ​​ອະ​ນາ​ຄົດ​ຂອງ​ປະ​ເທດ​ຕົນ. ມະ​ຕິກໍບໍ່​ໄດ້​ເຕື້ອງ​ເຖິງ​ເລື່ອງ​ທີ່​ວ່າ ທ່ານ​ປະ​ທາ​ນາ​ທີ​ບໍ​ດ​ີ Bashar Al Assad ອາດ​ຈະ​ສືບ​ຕໍ່​​ອອກຫາ​ສ​ຽງ​ເລືອກ​ຕັ້ງ​ຄັ້ງ​ໃໝ່ ຫຼື ບໍ່.

ຂ່າວ/ບົດ​ອື່ນ