ສະຫະປະຊາຊາດສ້າງກອງທຶນກູ້ຊ່ວຍມະນຸດສະທຳດ່ວນ 29 ຕື້ USD

(VOVWORLD) - ວັນທີ 04 ທັນວາ, ສະຫະປະຊາຊາດໄດ້ຜັນຂະຫຍາຍໂຄງການສ້າງກອງທຶນກູ້ຊ່ວຍມະນຸດສະທຳທີ່ມີມູນຄ່າເກືອບ 29 ຕື້ USD ແນໃສ່ສະໜອງໃຫ້ແກ່ຜູ້ທີ່ມີຄວາມຕ້ອງການໜູນຊ່ວຍດ່ວນນັບຫລາຍລ້ານຄົນ ຍ້ອນຜົນກະທົບຈາກສະພາບປ່ຽນແປງຂອງດິນຟ້າອາກາດ ແລະ ບັນດາການປະທະກັນທີ່ແກ່ຍາວ.

        ອົງການຕິດຕາມກວດກາມະນຸດສະທຳທົ່ວໂລກ (GHO) ຂອງສະຫະປະຊາຊາດຄາດຄະເນວ່າ ໄລ່ຮອດປີ 2020, ທົ່ວໂລກມີຜູ້ທີ່ມີຄວາມຕ້ອງການໄດ້ຮັບການໜູນຊ່ວຍດ່ວນກ່ຽວກັບດ້ານສະບຽງອາຫານ, ບ່ອນພັກຢູ່ ແລະ ເບິ່ງແຍງສຸຂະພາບ ປະມານ 168 ລ້ານຄົນ. ທ່ານ Mark Lowcock ຮອງເລຂາທິການໃຫຍ່ສະຫະປະຊາຊາດຮັບຜິດຊອບບັນດາບັນຫາມະນຸດສະທຳ ແລະ ປະສານງານການກູ້ຊ່ວຍດ່ວນຖືວ່າ: ນີ້ແມ່ນຕົວເລກສະຖິຕິໃນໄລຍະປັດຈຸບັນ, ນັບແຕ່ສົງຄາມໂລກຄັ້ງທີ 2. ຕາມທ່ານແລ້ວ, ຄວາມຕ້ອງການໄດ້ຮັບການໜູນຊ່ວຍເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ, ເລີ່ມມາຈາກບັນດາການປະທະກັນນັບມື້ນັບຮ້າຍແຮງ ແລະ ແກ່ຍາວກ່ວາ.

 

ຕອບກັບ

ຂ່າວ/ບົດ​ອື່ນ