ສະຫະປະຊາຊາດສ້າງການພົວພັນກັບ ອາບການິດສະຖານ ພາຍໃຕ້ສະໄໝຂອງ ຕາລີບານ ຢ່າງເປັນທາງການ

(VOVWORLD) -ມະຕິລວມມີບາງຂົງເຂດການຮ່ວມມືດ້ານມະນຸດສະທຳ, ການເມືອງ ແລະ ສິດທິມະນຸດ, ໃນນັ້ນມີສິດຂອງແມ່ຍິງ, ເດັກຍິງ ແລະ ນັກຂ່າວ.
ສະຫະປະຊາຊາດສ້າງການພົວພັນກັບ ອາບການິດສະຖານ ພາຍໃຕ້ສະໄໝຂອງ ຕາລີບານ ຢ່າງເປັນທາງການ - ảnh 1ໂຄສົກ ຕາລີບານ Zabihullah Mujahid
(ພາບປະກອບ: AFP/TTXVN)

ວັນທີ 17 ມີນາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ປ່ອນບັດສ້າງການພົວພັນກັບ ອາບການິດສະຖານ ໂດຍ ຕາລີບານ ບໍລິຫານຢ່າງເປັນທາງການ, ເຖິງວ່າສາກົນຍັງບໍ່ໄດ້ຮັບຮອງອຳນາດການປົກຄອງນີີ້ຢ່າງກວ້າງຂວາງກໍ່ຕາມ. ຂໍ້ຕົກລົງດັ່ງກ່າວໄດ້ຮັບຮອງເອົາດ້ວຍບັດສະໜັບສະໜູນ 14 ບັດ ແລະ ບັດຂາວ 1 ບັດນັ້ນແມ່ນຂອງ ລັດເຊີຍ.

        ມະຕິລວມມີບາງຂົງເຂດການຮ່ວມມືດ້ານມະນຸດສະທຳ, ການເມືອງ ແລະ ສິດທິມະນຸດ, ໃນນັ້ນມີສິດຂອງແມ່ຍິງ, ເດັກຍິງ ແລະ ນັກຂ່າວ.

        ກ່າວຄຳເຫັນຕໍ່ວົງການນັກຂ່າວພາຍຫຼັງການປ່ອນບັດ, ທ່ານເອກອັກຄະລັດຖະທູດ ນອກແວ ປະຈຳສະຫະປະຊາຊາດ Mona Juul (ປະເທດຮຽບຮຽງມະຕິສະບັບດັ່ງກ່າວ) ໃຫ້ຮູ້ວ່າ: “ພາລະກຳໃໝ່ຂອງຄະນະປະຕິບັດງານການເມືອງຂອງສະຫະປະຊາຊາດ ປະຈຳ ອາບການິດສະຖານ (UNAMA) ມີຄວາມສຳຄັນທີ່ສຸດ, ບໍ່ພຽງແຕ່ແນໃສ່ຮັບມືກັບວິກິດການມະນຸດທະທຳ ແລະ ເສດຖະກິດໃນຕໍ່ໜ້າເທົ່ານັ້ນ ຫາກຍັງເພື່ອບັນລຸເປົ້າໝາຍສັນຕິພາບ ແລະ ສະຖຽນລະພາບຢູ່ ອາບການິດສະຖານ ອີກດ້ວຍ. ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ຍົກອອກສານຢ່າງຈະແຈ້ງດ້ວຍພາລະກຳໃໝ່ທີ່ວ່າ: UNAMA ມີບົດບາດສຳຄັນແມ່ນຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບຢູ່ ອາບການິດສະຖານ ແລະ ໜູນຊ່ວຍປະຊາຊົນປະເທດນີ້ເມື່ອປະເຊີນໜ້າກັບສິ່ງທ້າທາຍ ແລະ ສະພາບໂອນເອນທີ່ບໍ່ເຄີຍມີມາກ່ອນ”.

ຕອບກັບ

ຂ່າວ/ບົດ​ອື່ນ