ສະ​ຫະ​ປະ​ຊາ​ຊາດ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຮຽບ​ຮຽງລັດຖະ​ທຳ​ມະ​ນູນ ຊີ​ຣ​ີ

(VOVWORLD) -ວັນທີ 23 ກັນຍາ, ເມື່ອກ່າວປາໄສຕໍ່ວົງການນັກຂ່າວ, ທ່ານ Antonio Guterres ເລຂາທິການໃຫຍ່ ສປຊ ໄດ້ແຈ້ງໃຫ້ຊາບກ່ຽວກັບການສ້າງຕັ້ງຄະນະກຳມະການຮຽບຮຽງລັດຖະທຳມະນູນຂອງ ຊີຣີ. 
ສະ​ຫະ​ປະ​ຊາ​ຊາດ​ສ້າງ​ຕັ້ງ​ຄະ​ນະ​ກຳ​ມະ​ການ​ຮຽບ​ຮຽງລັດຖະ​ທຳ​ມະ​ນູນ ຊີ​ຣ​ີ - ảnh 1

ນາຍທະຫານ ຊີຣີໄດ້ຜັນຂະຫຍາຍຢູ່ແຂວງ Daraa (ພາບ: AFP/TTXVN)

ວິວັດທະການການສ້າງຕັ້ງຈະໄດ້ຮັບການໜູນຊ່ວຍຈາກ ສປຊ ແລະ ຄະນະກຳມະການນີ້ຈະໄດ້ຮັບການຮຽກໂຮມໃນຊຸມອາທິດຈະມາເຖິງ. ສປຊ ຖື ການສ້າງຕັ້ງຄະນະກຳມະການດັ່ງກ່າວແມ່ນບາດກ້າວເດີນຕໍ່ໄປໃນຄວາມມານະພະຍາຍາມເພື່ອແນໃສ່ຊອກຫາວິທີການດ້ານການເມືອງເພື່ອຢຸດຕິສົງຄາມພາຍໃນປະເທດຊຶ່ງໄດ້ແກ່ຍາວມາເປັນເວລາ 8 ປີທີ່ຜ່ານມາຢູ່ຊີຣີ.

        ຄະນະກຳມະການນີ້ລວມມີບັນດາຜູ້ຕາງໜ້າຂອງລັດຖະບານ, ພັກການເມືອງຝ່າຍຄ້ານ ແລະ ບັນດາອົງການຈັດຕັ້ງສັງຄົມພົນລະເຮືອນ ດ້ວຍເປົ້າໝາຍແມ່ນປັບປຸງລັດຖະທຳມະນູນ ແລະ ມານະພະຍາຍາມຢຸດຕິດການປະທະກັນພາຍໃນປະເທດໃນໄລຍະ 8 ປີທີ່ຜ່ານມາ. ຕາມແຜນການຂອງ ສປຊ ແລ້ວ, ຄະນະກຳມະການດັ່ງກ່າວຈະມີ ສະມາຊິກ 150 ຄົນ, 50 ຄົນໂດຍລັດຖະບານຄັດເລືອກ, 50 ຄົນຂຶ້ນກັບພັກການເມືອງຝ່າຍຄ້ານ ແລະ 50 ຄົນເປັນຜູ້ຕາງໜ້າຂອງບັນດາອົງການຈັດຕັ້ງສັງຄົມພົນລະເຮືອນ.

ຕອບກັບ

ຂ່າວ/ບົດ​ອື່ນ