ສະຫະປະຊາຊາດ,ອິດສະຣາແອນ,ຊີຣີເຫັນດີເປີດປະຕູດ່ານຊາຍແດນQuneitraຄືນໃຫມ່

(VOVWORLD) -ວັນທີ 12 ຕຸລາ, ທ່ານ Nikki Haley ເອກອັກຄະລັດຖະທູດ ອາເມລິກາ ປະຈຳ ສປຊ ໃຫ້ຮູ້ວ່າ: ສປຊ ພ້ອມກັບລັດຖະບານ 2 ປະເທດຄື ອິດສະລາແອນ ແລະ ຊີຣີ ໄດ້ເຫັນດີເປີດປະຕູດ່ານຊາຍແດນ Quneitra ຢູ່ ເຂດພູພຽງ Golan ໃນວັນທີ 15 ຕຸລາ. 

ໃນຖະແຫລງການ, ທ່ານເອກອັກຄະລັດຖະທູດ ອາເມລິກາ ຖືວ່າ ເລື່ອງເປີດປະຕູດ່ານຊາຍແດນດັ່ງກ່າວຄືນໃຫມ່ ຈະອະນຸຍາດໃຫ້ກຳລັງຮັກສາສັນຕີພາບຂອງ ສປຊ ເພີ່ມທະວີຄວາມມານະພະຍາຍາມສະກັດກັ້ນບັນດາການກະທຳເປັນປໍລະປັກຢູ່ເຂດພູພຽງນີ້. ຕາມນັ້ນແລ້ວ ອາເມລິກາ ໄດ້ຮຽກຮ້ອງ ອິດສະຣາແອນ ແລະ ຊີຣີ ສ້າງທຸກເງື່ອນໄຂສະດວກ ແລະ ຮັບປະກັນຄວາມປອດໄພໃຫ້ກຳລັງຮັກສາສັນຕິພາບ ສປຊ ຢູ່ເຂດພູພຽງ Golan.

ຕອບກັບ

ຂ່າວ/ບົດ​ອື່ນ