ສະຫະປະຊາຊາດອອກມະຕິກ່ຽວກັບກົນໄກປົກປັກຮັກສາສັນຕິພາບ

ສະຫະປະຊາຊາດອອກມະຕິກ່ຽວກັບກົນໄກປົກປັກຮັກສາສັນຕິພາບ - ảnh 1
(ພາບປະກອບ)

(vovworld) - ວັນ​ທີ 27/04 ສະມັດຊາ​ໃຫຍ່​ສະຫະ​ປະຊາ​ຊາດ ​ແລະ ສະພາ​ຄວາມ​ໝັ້ນຄົງ ຮັບຮອງ​ເອົາ​ມະຕິ ກ່ຽວ​ກັບ​ກົນ​ໄກ​ປົກ​ປັກ​ຮັກສາ​ສັນຕິພາບ ​ໃນ​ສະ​ພາບ​ການ​ບັນດາການ​ປະ​ທະ​ກັນ​ດ້ວຍອາວຸດ ພວມ​ກໍ່​ຄວາມ​ເສຍ​ຫາຍຢ່າງ​ໜັກ​ໜວງ​ໃຫ້​ມະນຸດ, ພາ​ໄປ​ເຖິງວິ​ກິດ​ການດ້ານ​ຄວາມ​ສະຫງົບ​ປອດ​ໄພ ​ແລະ ມະນຸ​ດສະ​ທຳ​ຢູ່​ຫລາຍ​ແຫ່ງ​ໃນ​ໂລກ. ມະຕິ​ເປີດ​ກ້ວາງຄວາມ​ສຶກສາກ່ຽວກັບ​ການ​ປົກ​ປັກ​ຮັກສາ​ສັນ​ຕິ​ພາບ ​ ​ລວມ​ເອົາ​ນິຍາມ​ຕື່ມ​ອີກ​ກ່ຽວ​ກັບ “ສັນຕິພາບ​ຢ່າງໝັ້ນຄົງ” ​​ເຊິ່ງໄດ້​ຮັບ​ຄວາມເຂົ້າ​ໃຈ​ຄື​​ “ຈຸດໝາຍ ​ແລະ ວິວັດ​ການ​ສ້າງ​ວິ​ໄສ​ທັດ​ລວມຂອງ​ສັງຄົມໜຶ່ງ, ຮັບປະກັນ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ​​ໃນ​ສັງຄົມ​ນັ້ນ”. “ສັນ​ຄິພາບຢ່າງໝັ້ນຄົງ” ລວມມີ​ບັນດາ​ການ​ເຄື່ອນ​ໄຫວ​ ​ເພື່ອ​ແນ​ໃສ່​ສະກັດ​ກັ້ນ​ການ​ປະ​ທະ​ກັນ​ທີ່​ເກ​ີດຂຶ້ນ, ປີນ​ຂັ້ນ​ໄດ, ​ແກ່​ຍາວ ​ແລະ ​ເກີດ​ຄື​ນ​ໃໝ່; ​ແກ້​ໄຂ​ບັນດາສາຍ​ເຫດກົກ​ເຄົ້າ; ຊ່ວຍ​ເຫຼືອ​ບັນດາ​ຝ່າຍ​ຢຸດຕິ​ການ​ເຄື່ອນ​ໄຫວປໍ​ລະ​ປັກ; ຮັບປະກັນຄວາມ​ປອງ​ດອງ​ຊາດ; ​ແລະ ຊຸ​ກຍູ້​ການ​ຟື້ນ​ຟູ, ຫໍ່​ສ້າງ​ຄືນ​ໃໝ່ ​ແລະ ພັດທະນາ.

ຂ່າວ/ບົດ​ອື່ນ