ສະຫະປະຊາຊາດອອກມາຕິກ່າວປະນາມການເຄື່ອນໄຫວໂຈນສະລັດ ຢູ່ໂຊມາລີ

ສະຫະປະຊາຊາດອອກມາຕິກ່າວປະນາມການເຄື່ອນໄຫວໂຈນສະລັດ ຢູ່ໂຊມາລີ - ảnh 1
ຕຳຫຼວດ ຈັບຕົວພວກໂຈນສະລັດ ໂຊມາລີ ຢູ່ອ່າວ aden
(ພາບ: EPA/TTXVN)


(vovworld) – ​ໃນ​ບົດ​ລາຍ​ງານ​ຂອງ​ຕົນ, ທ່ານ​ເລຂາທິການ​ໃຫຍ່​ສະຫະ​ປະຊາ​ຊາດ Ban Ki moon ​ໄດ້​ຊີ້​ແຈ້ງວ່າ: ​ໃນ 9 ​ເດືອນ​ຕົ້ນ​ປີ​ນີ້, ບັນດາ​ການ​ເຄື່ອນ​ໄຫວໂຈນ​ສະ​ລັດ ຢູ່​ເຂດ​ທະ​ເລ ​ໂຊ​ມາລີ ບໍ່​ຫລຸດ​ລົງ​ເມື່ອ​ທຽບ​​ໃສ່​ກ່ອນ​ນັ້ນ, ດ້ວຍ​ການ​ບຸກ​ໂຈມ​ຕີ​ບັນດາ​ກຳ​ປັ່ນ​ຂົນ​ສົ່ງສິນຄ້າ 17 ຄັ້ງ, ​ໃນ​ນັ້ນ​​ໄດ້​ຈັບ​ກຳ​ປັ່ນ​ເພື່ອ​ທວງ​ເອົາ​ເງິນ 2 ຄັ້ງ. ສະພາ​ຄວາມ​ໝັ້ນ​ຄົງ ສະຫະ​ປະຊາ​ຊາດ ຖື​ວ່າ: ສະພາບ​ການ​ຂາດ​ສະຖຽນ​ລະ​ພາບ​​ດ້ານ​ເສດຖະກິດ, ການ​ເມືອງ ​ແລະ ຄວາມ​ສະຫງົບ ຢູ່ ​ໂຊ​ມາລີ​ແມ່ນ​ໜຶ່ງ​ໃນ​ບັນດາ​ສາຍ​​ເຫດ​ຕົ້ນ​ຕໍ່​ພາໃຫ້​​ເກີດ​ເຫດໂຈນ​ສະ​ລັດ ກໍ່​ຄື​ການ​ເຄື່ອນ​ໄຫວ​ດ້ວຍ​ກຳລັງອາວຸດທີ່​ຜິດ​ກົດໝາຍ​ຢູ່ລຽບຕາມ​ຝັ່ງ​ທະ​ເລ​ຂອງປະ​ເທດ​ນີ້​ນັບ​ມື້​ນັບ​ຫຼາຍ. ຕາມ​ຕົວ​​ເລກ​ສະຖິຕິຂອງ​ອົງການ​ຕ້ານ​ຢາ​ເສບ​ຕິດ ​ແລະ ອາດຊະຍາ​ກຳ​ຂອງ ສປຊ (UNODC) ​ແລ້ວ, ​ໃນ​ປີ 2012, ບັນດາ​ກຸ່ມໂຈນ​ສະ​ລັດ ຢູ່ ​ໂຊ​ມາລີ ທວງ​ເອົາ​ເງິນຈາກ​ບັນດາ​ເຈົ້າ​ຂອງ​ກຳ​ປັ່ນໄດ້​ປະມານ 40 ລ້ານ USD.

    ​ເພື່ອ​ຊ່ວຍ​ຫລຸດ​ຜ່ອນ, ມຸ່ງ​ໄປ​ເຖິງ​ການ​ສະກັດ​ກັ້ນ​ການ​ເຄື່ອນ​ໄຫວ​ໂຈນ​ສະ​ລັດ ດັ່ງກ່າວ, ສະພາ​ຄວາມ​ໝັ້ນຄົງ ສປຊ ​ໄດ້​ຮຽກຮ້ອງ​​ໃຫ້​ບັນດາ​ປະ​ເທດ​ສະມາ​ຊິກ ສປຊ ​ເພີ່ມ​ທະວີ​ການ​ໜູນ​ຊ່ວຍ​ອຳນາດ​ການ​ປົກຄອງ ​ໂຊ​ມາລີ ປັບ​ປຸງ​ສິດ​ອຳນາດ ​ແລະ ກຳລັງ​ແຮງ​ຂອງ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ, ພິ​ເສດ​ແມ່ນ​ກຳລັງ​ປ້ອງ​ກັນ​ຄວາມ​ສະຫງົບ​ທາງ​ທະ​ເລ, ພ້ອມ​ທັງ​ຊ່ວຍ​ປະ​ເທດ​ນີ້​ຟື້ນ​ຟູ ​ແລ​ະ ພັດທະນາ​ເສດຖະກິດ, ຮັກສາ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ເພື່ອ ຫລຸດ​ຜ່ອນ​ອາດຊະຍາ​ກຳ​ປະ​​ເພດ​ຕ່າງໆ ​ໃນ​ນັ້ນ​ມີ​ການ​ເຄື່ອນ​ໄຫວໂຈນ​ສະ​ລັດ.

ຂ່າວ/ບົດ​ອື່ນ