ສະຫະປະຊາຊາດອະນຸຍາດໃຫ້ເຈົ້າໜ້າທີ່ສປປ.ເກົາຫຼີຖືກລົງໂທດໄປເຖິງສ.ເກົາຫຼີ

(VOVWORLD) -ວັນທີ 08 ກຸມພາ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ໄດ້ອະນຸຍາດໃຫ້ເຈົ້າໜ້າທີ່ສປປ.ເກົາຫຼີ ຜູ້ໜຶ່ງໃນບັນຊີລາຍຊື່ລົງໂທດ ອະນຸຍາດໃຫ້ເຂົ້າຮ່ວມຄະນະຜູ້ແທນສປປ.ເກົາຫຼີ ໄປຍັງ Pyeong Chang ປະເທດສ.ເກົາຫຼີ, ເຂົ້າຮ່ວມພິທີໄຂງານມະຫາກຳກິລາ Olympic ລະດູໜາວ, ຄາດວ່າຈະດຳເນີນໃນຕອນບ່າຍວັນທີ 09 ກຸມພາ (ຕາມເວລາຫວຽດນາມ).
ສະຫະປະຊາຊາດອະນຸຍາດໃຫ້ເຈົ້າໜ້າທີ່ສປປ.ເກົາຫຼີຖືກລົງໂທດໄປເຖິງສ.ເກົາຫຼີ - ảnh 1 (ພາບປະກອບ: AFP/TTXVN)

ກ່ອນໜ້ານັ້ນ, ສ.ເກົາຫຼີ ໄດ້ສະເໜີໃຫ້ຄະນະກຳມະການລົງໂທດສປປ.ເກົາຫຼີ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ ອະນຸຍາດໃຫ້ທ່ານ Choe Hwi, ປະທານຄະນະກຳມະການຊີ້ນຳກິລາແຫ່ງຊາດສປປ.ເກົາຫຼີ ສາມາດໄປສ.ເກົາຫຼີ ໄດ້. ໃນຈົດໝາຍທາງການທີ່ຝາກເຖິງຄະນະກຳມະການ, ສ.ເກົາຫຼີ ເວົ້າວ່າ, ການໄປຄັ້ງນີ້ “ຈະສ້າງກາລະໂອກາດຖືກກັບຈຸດເວລາ ເພື່ອຊ່ວຍຫຼຸດຜ່ອນຄວາມເຄັ່ງຕຶງໃນແຫຼມເກົາຫຼີ, ພ້ອມທັງສ້າງເງື່ອນໄຂສະດວກໃຫ້ແກ່ເລື່ອງຊອກຫາມາດຕະການສັນຕິພາບ, ທາງການທູດ ແລະ ການເມືອງໃຫ້ແກ່ສະພາບການໃນແຫຼມເກົາຫຼີ”.

ຕອບກັບ

ຂ່າວ/ບົດ​ອື່ນ