ສະຫະປະຊາຊາດຮັບຮອງເອົາສົນທິສັນຍາວ່າດ້ວຍທະເລຫຼວງ - ເອກະສານທາງການສະບັບທີ 3 ປະຕິບັດ UNCLOS 1982

(VOVWORLD) - ຜົນສຳເລັດດັ່ງກ່າວສະແດງໃຫ້ເຫັນຄຳໝັ້ນສັນຍາ ແລະ ຄວາມຕັດສິນໃຈຢ່າງເຂັ້ມແຂງຂອງກອງປະຊຸມຕໍ່ເລື່ອງບັນລຸໄດ້ເອກະສານດັ່ງກ່າວ ເພື່ອແນໃສ່ອະນຸລັກຮັກສາ ແລະ ນຳໃຊ້ບັນດາເຂດທະເລຢູ່ນອກເຂດອຳນາດສານແຫ່ງຊາດແບບຍືນຍົງ.
ສະຫະປະຊາຊາດຮັບຮອງເອົາສົນທິສັນຍາວ່າດ້ວຍທະເລຫຼວງ - ເອກະສານທາງການສະບັບທີ 3 ປະຕິບັດ UNCLOS 1982 - ảnh 1ທີ່ກອງປະຊຸມ
(ພາບ: ຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ)

        ວັນທີ 19 ມິຖຸນາ, ກອງປະຊຸມລະຫວ່າງລັດຖະບານຂອງສະຫະປະຊາຊາດໄດ້ຮັບຮອງເອົາສັນຍາວ່າດ້ວຍການອະນຸລັກຮັກສາ ແລະ ນຳໃຊ້ຊີວະນາໆພັນແບບຍືນຍົງຢູ່ນອກເຂດອຳນາດສານແຫ່ງຊາດ, ຫຼືຍັງເອີ້ນວ່າ ສົນທິສັນຍາວ່າດ້ວຍທະເລຫຼວງ, ສ້າງຂີດໝາຍຂອງການປະກາດເອກະສານທາງການສະບັບທີ 3 ການປະຕິບັດສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ດັ້ງຮ່ວາງຢາງ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳສະຫະປະຊາຊາດ, ຫົວໜ້າຄະນະເຈລະຈາ, ຢືນຢັນວ່າ ຜົນສຳເລັດດັ່ງກ່າວສະແດງໃຫ້ເຫັນຄຳໝັ້ນສັນຍາ ແລະ ຄວາມຕັດສິນໃຈຢ່າງເຂັ້ມແຂງຂອງກອງປະຊຸມຕໍ່ເລື່ອງບັນລຸໄດ້ເອກະສານດັ່ງກ່າວ ເພື່ອແນໃສ່ອະນຸລັກຮັກສາ ແລະ ນຳໃຊ້ບັນດາເຂດທະເລຢູ່ນອກເຂດອຳນາດສານແຫ່ງຊາດແບບຍືນຍົງ. ທ່ານ ດັ້ງຮ່ວາງຢາງ ຕີລາຄາວ່າ, ສັນຍານີ້ຈະປັບປຸງໃຫ້ UNCLOS ຫຼາຍກວ່າ - ສະບັບລັດຖະທຳມະນູນຂອງມະຫາສະມຸດ, ກອບນິຕິກຳຮອບດ້ານໃຫ້ທຸກການເຄື່ອນໄຫວຢູ່ທະລ; ເພີ່ມທະວີລັດທິຫຼາຍຝ່າຍ, ແມ່ນຂີດໝາຍໃໝ່ໃນການພັດທະນາຂອງກົດໝາຍສາກົນ ແລະ ປະກອບສ່ວນປະຕິບັດທົດສະວັດສະຫະປະຊາຊາດກ່ຽວກັບວິທະຍາສາດທະເລ ຮັບໃຊ້ການພັດທະນາແບບຍືນຍົງ, ປະຕິບັດເປົ້າໝາຍພັດທະນາທີ 14 ກ່ຽວກັບການອະນຸລັກຮັກສາ ແລະ ນຳໃຊ້ມະຫາສະໝຸດແບບຍືນຍົງ, ທະເລ ແລະ ແຫຼ່ງຊັບພະຍາກອນທະເລ ເພື່ອຮັບໃຊ້ການພັດທະນາແບບຍືນຍົງ.

        ບັນດາຝ່າຍໄດ້ເຫັນດີຕໍ່ເອກະສານສັນຍາໃນເດືອນ ມີນາ ຜ່ານມາ, ພາຍຫຼັງ 15 ປີດຳເນີນການປຶກສາຫາລື ແລະ 4 ປີດຳເນີນການເຈລະຈາເປັນທາງການ.

ຕອບກັບ

ຂ່າວ/ບົດ​ອື່ນ