ສະຫະປະຊາຊາດຮັບຮອງເອົາຮ່າງມະຕິສົນທິສັນຍາກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ

(VOVWORLD) - ເຫດການນີ້ແມ່ນບາດກ້າວສຳຄັນທຳອິດເພື່ອໃຫ້ສະມັດຊາໃຫຍ່ພິຈາລະນາ, ຮັບຮອງເອົາສົນທິສັນຍາ.
ສະຫະປະຊາຊາດຮັບຮອງເອົາຮ່າງມະຕິສົນທິສັນຍາກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ - ảnh 1(ທ່ານ ຫງວຽນມິງຫວູ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະທດ ຫວຽດນາມ)

        ວັນທີ 08 ສິງຫາ, ຄະນະກຳມະການສະເພາະກິດຂອງສະຫະປະຊາຊາດ (ລວມມີບັນດາປະເທດສະມາຊິກສະຫະປະຊາຊາດ) ໄດ້ຮັບຮອງເອົາຮ່າງສົນທິສັນຍາສະຫະປະຊາຊາດກ່ຽວກັບການປ້ອງກັນ, ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ. ຮ່າງສົນທິສັນຍາໄດ້ວາງຂອບເຂດນິຕິກຳຢ່າງຮອບດ້ານໃຫ້ແກ່ບັນດາປະເທດສະມາຊິກ ດຳເນີນການຮ່ວມມືສາກົນໃນການປ້ອງກັນ, ສືບສວນ, ຮ້ອງຟ້ອງ, ພິພາກສາການກະທຳລະເມີດທາງເຄືອຂ່າຍອິນເຕີເນັດ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ຫງວຽນມິງຫວູ, ຜູ້ຊ່ວຍວຽກລັດຖະມົນຕີການຕ່າງປະທດ ຫວຽດນາມ ເນັ້ນໜັກວ່າ, ເຫດການນີ້ແມ່ນບາດກ້າວສຳຄັນທຳອິດເພື່ອໃຫ້ສະມັດຊາໃຫຍ່ພິຈາລະນາ, ຮັບຮອງເອົາສົນທິສັນຍາ. ເມື່ອເລີ່ມມີຜົນສັກສິດ, ສົນທິສັນຍາຈະສ້າງຂອບເຂດນິຕິກຳທົ່ວໂລກທຳອິດ ຊ່ວຍໃຫ້ບັນດາປະເທດຮ່ວມມືເພື່ອຮັບມືກັບຄວາມສ່ຽງຈາກອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ.

        ຄາດວ່າ, ສະມັດຊາໃຫຍ່ສະຫະປະຊາຊາດ ຈະພິຈາລະນາ ແລະ ຮັບຮອງເອົາຮ່າງກົດໝາຍໃນໄລຍະຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ