ສະຫະປະຊາຊາດຮຽກຮ້ອງG77ເພີ່ມທະວີການຮ່ວມມືຕ້ານຄວາມອຶດຫິວທຸກຍາກ

ສະຫະປະຊາຊາດຮຽກຮ້ອງG77ເພີ່ມທະວີການຮ່ວມມືຕ້ານຄວາມອຶດຫິວທຸກຍາກ - ảnh 1
ຕ້ານ​ຄວາມ​ອຶ​ດຫິວ​ທຸກ​ຍາກ
ພາບປະກອບ:internet


(vovworld)-  ວັນ​ທີ 8/1, ທ່ານ​ເລຂາທິການ​ໃຫຍ່ ສປຊ Ban ki moon ​ແລະ ປະທານ​ສະມັດຊາ​ໃຫຍ່ ສປຊ John Ashe ​ໄດ້​ເລັ່ງລັດ​ກຸ່ມ​ບັນດາ​ປະ​ເທດ​ພວມ​ພັດທະນາ G 77 ຈົ່ງຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນ​ໃນ​ການ​ປະຕິບັດ​ບັນດາ​ຄາດ​ໝາຍ​ຕ້ານ​ຄວາມ​ອຶ​ດຫິວ​ທຸກ​ຍາກ ​ເພື່ອ​ຖືກັບການ​ກຳນົດ​ເວລາ​ສຸດ​ທ້າຍ​ທີ່​ວາງ​ອອກແມ່ນ​ທ້າຍ​ປີ 2015. ທີ່​ພິທີ​ມອບ​ໂອນ​ຕຳ​ແຫນ່​ງປະທານ G 77 ຈາກ ສາທາລະນະ​ລັດ Fiji ​ໃຫ້​ແກ່ Bolivia ຢູ່ ສຳນັກ​ງານ ສປຊ, ທ່ານ Ban ki moon ​ເນັ້ນ​ຫນັກ​ວ່າ: ມີ​ເວລາ​ບໍ່​ຮອດ 2 ປີ​ອີກກໍຈະຮອດ​ການ​ກຳນົດ​ເວລາ​ສຸດ​ທ້າຍ​ໃຫ້​ແກ່​ການ​ສຳ​ເລັດ​ບັນດາ​ຄາດໝາຍ. ​ໃນ​ໄລຍະ​ນີ້, ​ໂລກ​ຄວນ​ມີ​ການ​ກະທຳ​ຢ່າງ​ແຮງ​ກວ່າ​ອີກ​ເພື່ອ​ບັນລຸ​ໄດ້ບັນດາ​​ເປົ້າ​ໝາຍ​ສະຫັດ​ສະ​ວັດ, ກຳ​ນົດບັນດາ​​ໂຄງການ​ພັດທະນາ​ເປັນ​ເອກະ​ພາບໃນ​ທົ່ວ​ໂລກ​ໃຫ້ໄລຍະ​ຫລັງ​ປີ 2015 ​ແລະ ບັນລຸ​ຂໍ້​ຕົກລົງ​ທົ່ວ​ໂລກ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ. ທ່ານ​ປະທານ​ສະມັດ​ຊາ​ໃຫຍ່ ສປຊ John Ashe ກໍ​ເນັ້ນ​ຫນັກ​​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ຮ່ວມ​ມື, ພິ​ເສດ​ໃນ​ການ​ສ້າງ​ພື້ນຖານ​ໃຫ້​ແກ່​ໂຄງການ​ພັດທະນາ​ຫລັງ​ປີ 2015. ທ່ານສະແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ພາຍ​​ໃຕ້​ການ​ນຳພາ​ຂອງ Bolivia, G 77 ຈະ​ສະ​ແດງ​ໃຫ້​ເຫັນ​ບົດບາດ​ສຳຄັນ​ໃນການ​ເຄື່ອນ​ໄຫວ​ລວມຕ່າງໆ.

 

ຂ່າວ/ບົດ​ອື່ນ