ສະຫະປະຊາຊາດຮຽກຮ້ອງການເຈລະຈາຢູ່ຊູດັງໃນສະພາບການໃຊ້ຄວາມຮຸນແຮງເພີ່ມຂຶ້ນ

(VOVWORLD) -ວັນທີ 09 ເມສາ, ຫົວໜ້າອົງການສິດທິມະນຸດຂອງສະຫະປະຊາຊາດ, ທ່ານນາງ Michelle Bachelet ໄດ້ຮຽກຮ້ອງໃຫ້ມີການເຈລະຈາລະຫວ່າງລັດຖະບານ ແລະ ບັນດາຜູ້ແຫ່ຂະບວນປະທ້ວງຢູ່ຊູດັງ, ໃນສະພາບການໃຊ້ຄວາມຮຸນແຮງເພີ່ມຂຶ້ນ ເຮັດໃຫ້ຫຼາຍຄົນຖືກຮັບບາດເຈັບ ແລະ ເສຍຊີວິດ.
ສະຫະປະຊາຊາດຮຽກຮ້ອງການເຈລະຈາຢູ່ຊູດັງໃນສະພາບການໃຊ້ຄວາມຮຸນແຮງເພີ່ມຂຶ້ນ - ảnh 1 (ພາບປະກອບ: AFP/TTXVN)

ທ່ານນາງ Michelle Bachelet ສະແດງຄວາມວິຕົກກັງວົນກ່ຽວກັບບັນດາການປະທະກັນລະຫວ່າງລັດຖະບານ ແລະ ບັນດາຜູ້ແຫ່ຂະບວນປະທ້ວງ, ເຊິ່ງເຮັດໃຫ້ 70 ຄົນເສຍຊີວິດ. ບັນດາການແຫ່ຂະບວນປະທ້ວງເລີ່ມເກີດຂຶ້ນເມື່ອເດືອນທັນວາ 2018 ຍ້ອນສະພາບເສດຖະກິດປະສົບກັບຄວາມຫຍຸ້ງຍາກ, ລາຄາສະບຽງອາຫານ ແລະ ນ້ຳມັນເຊື້ອເພິງເພີ່ມຂຶ້ນສູງ, ດ້ວຍຈຸດປະສົງຢາກໂຄ່ນລົ້ມທ່ານປະທານາທິບໍດີ Omar al Bashir ພາຍຫຼັງຂຶ້ນກຳອຳນາດເປັນເວລາດົນເຖິງ 3 ທົດສະວັດ. ກຳລັງປ້ອງກັນຄວາມສະຫງົບຂອງປະເທດນີ້ໄດ້ນຳໃຊ້ປືນ ແລະ ລູກປືນແກັສນ້ຳຕາ ເພື່ອປາບປາມບັນດາການແຫ່ຂະບວນປະທ້ວງ.

        ກ່ອນໜ້ານັ້ນ, ວັນທີ 08 ເມສາ, ທ່ານເລຂາທິການໃຫຍ່ສະຫະປະຊາຊາດ Antonio Guterres ໃຫ້ຮູ້ວ່າ, ທ່ານພວມຕິດຕາມສະພາບການແຫ່ຂະບວນປະທ້ວງຢ່າງໃກ້ຊິດ ແລະ ຮຽກຮ້ອງໃຫ້ທຸກຝ່າຍຢູ່ຊູດັງ ຄວນລະງັບໃຈຢ່າງສຸດຂີດ ແລະ ຫຼີກລ້ຽງເກີດສະພາບການໃຊ້ຄວາມຮຸນແຮງຄືນໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ