ສະຫະປະຊາຊາດຮຽກຮ້ອງຊາວໜຸ່ມເຂົ້າຮ່ວມການສ້າງອະນາຄົດອັນດີງາມກ່ວາໃຫ້ແກ່ທົ່ວໂລກ

ສະຫະປະຊາຊາດຮຽກຮ້ອງຊາວໜຸ່ມເຂົ້າຮ່ວມການສ້າງອະນາຄົດອັນດີງາມກ່ວາໃຫ້ແກ່ທົ່ວໂລກ - ảnh 1
(ພາບ​ປະ​ກອບ​ຈາກ ສຳ​ນັກ​ຂ່າວ​ສານ​ຊິນ​ຮ​ວາ /TTXVN)

(vovworld) - ​ໃນ​ວັນ​ທີ 30 – 31/1, ທີ່​ສຳ​ນັກ​ງານ ສ​ປ​ຊ ຢູ່ ນິວຢອກ, ປະ​ເທດ ອາ​ເມ​ລິ​ກາ, ເວ​ທີ​ປາ​ໄສ​ຊາວ​ໜຸ່ມ​ປະ​ຈຳ​ປີ​ຄັ້ງ​ທີ 6 ໄດ້​ຮັບ​ການ​ຈັດ​ຕັ້ງ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ທີ່​ມາ​ຈາກ​ທຸກໆ​ປະ​ເທດ​ໃນ​ໂລກ ເພື່ອ​ພ້ອມ​ກັນ​ແລກ​ປ່ຽນ​ທັດ​ສະ​ນະ​ກ່ຽວ​ກັບ​ບົດ​ບາດ​ຂອງ​ລຸ້ນ​ໜຸ່ມ​ໃນ​ວິ​ວັດ​ທະ​ນາການ​ລົບ​ລ້າງ​ຄວາມ​ອຶດ​ຫິວ, ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ຊຸກ​ຍູ້​ຄວາມ​ວັດ​ທະ​ນາ​ຖາ​ວອນ​ໃນ​ໂລກ​ແຫ່ງ​ພວມ​ມີ​ການ​​ຫັ​ນ​ປ່ຽນ. ໃນ​ສານ​ດ້ວຍ​ວີ​ດີ​ໂອ​ສົ່ງ​ເຖິງ​ເວ​ທີ​ປາ​ໄສ, ທ່ານ Antonio Guterres, ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ແນະ​ນຳ​ໃຫ້​ລຸ້ນ​ໜຸ່ມ​ເອົາ​ໃຈ​ໃສ່​ເຖິງ​ບັນ​ດາ​ສິ່ງ​ທ້​າ​ທາຍ​ພວມ​ວາງ​ອອກ​ສຳ​ລັບ​ໄວ​ໜຸ່ມ​ໃນ​ທົ່ວ​ໂລກ ຄື: ສະ​ພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ໄພ​ຫວ່າງ​ງານ ແລະ ​ການ​ຂາດຄວາມ​ສະ​ເໝີ​ພາບ​ ພ້ອມ​ທັງ​ຮຽ​ກ​ຮ​້ອງ​ໃຫ້​ຊາວ​ໜຸ່ມ​ເລົ່າ ແລະ ແ​ບ່ງ​ປັນ​ບັນ​ດາ​ເລື່ອງ​ລາວ​ຂອງ​ຕົນ. ເຖິງ​ຢ່າງ​ໃດ​ກໍ່​ຕາມ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ໄດ້​ເນັ້ນ​ໜັກ​ວ່າ: ຊາວ​ໜຸ່ມກໍ່​ພວມ​ແມ່ນ​ຜູ້​ປະ​ຈັນ​ບານ​ໃນຫຼາຍ​ຂົງ​ເຂດ​ຄື: ວິ​ສາ​ຫະ​ກິດ, ການ​ເຄື່ອນ​ໄຫວ​ສັງ​ຄົມ ແລະ ວົງ​ຄະ​ນະ​ຍາດ. ທ່ານ​ໃຫ້​ຮູ້​ວ່າ: ລຸ້ນ​ໜຸ່ມ​ພວມ​ກະ​ຕຸກ​ຊຸກ​ຍູ້​ການ​ປ່ຽນ​ແປງ​ຍ້ອນ​ວ່າ “ພວກ​ເພື່ອນ​ມີ​ຄວາມ​ເກັ່ງ​ກ້າ​ສາ​ມາດ, ​ມີ​ຄວາມ​ກະ​ຕື​ລື​ລົ້ນ ແລະ ແນວ​ຄວາມຄິດ​ເພື່ອ​ສະ​ກັດ​ກັ້​ນ​ບັນ​ດາ​ການ​ປະ​ທະ​ກັນ, ປົກ​ປ້ອງ​ສິດ​ທິ​ມະ​ນຸດ, ຮັບ​ປະ​ກັນ​ສັນ​ຕິ​ພາບ ແລະ ຫັນ​ໂຄງ​ການ​ດຳ​ເນີນ​ງານ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ປ​ີ 2030 ປະ​ກົດ​ຜົນ​ເປັນ​ຈິງ” ແລະ ບັນ​ດາ​ສານ​ຂອງ​ຊາວ​ໜຸ່​ມ​​ຈະປະ​ກອບ​ສ່ວນ “ສ້າງ​ໂລກ​ແຫ່ງ​ຄວາມ​ປອດ​ໄພ​ກ່​ວາ ແລະ ສະ​ຖຽນ​ລະ​ພາບ​ກ່​ວາ​ໃຫ້​ແກ່​ທຸກໆ​ຄົນ.”


ຂ່າວ/ບົດ​ອື່ນ