ສະຫະປະຊາຊາດຮຽກຮ້ອງຕ້ານການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ແກ່ຈຸດປະສົງຈຳແນກເຊື້ອຊາດຜິວພັນ

(VOVWORLD) -ບັນດານັກຊ່ຽວຊານຂອງສະຫະປະຊາຊາດໄດ້ຖືວ່າ, ຕຳຫຼວດ ແລະ ບັນດາກຳລັງປ້ອງກັນຄວາມສະຫງົບຊາຍແດນ ຕ້ອງຕ້ານຄືນຄວາມຄິດຕາຍຕົວການຈຳແນກເຊື້ອຊາດຜິວພັນ
ສະຫະປະຊາຊາດຮຽກຮ້ອງຕ້ານການນຳໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານໃຫ້ແກ່ຈຸດປະສົງຈຳແນກເຊື້ອຊາດຜິວພັນ - ảnh 1 (ພາບປະກອບ: Mail & Guardian)

ວັນທີ 26 ພະຈິກ, ບັນດານັກຊ່ຽວຊານຂອງສະຫະປະຊາຊາດໄດ້ຖືວ່າ, ຕຳຫຼວດ ແລະ ບັນດາກຳລັງປ້ອງກັນຄວາມສະຫງົບຊາຍແດນ ຕ້ອງຕ້ານຄືນຄວາມຄິດຕາຍຕົວການຈຳແນກເຊື້ອຊາດຜິວພັນ ແລະ ຮັບປະກັນການເກັບຂໍ້ມູນຂ່າວສານຂອງເຂົາເຈົ້າຜ່ານພາຫະນະປັນຍາທຽມ ເຊິ່ງໄດ້ກໍ່ໃຫ້ເກີດມີການປະພຶດຈຳແນກເຊື້ອຊາດຜິວພັນ.

        ກຸ່ມນັກຊ່ຽວຊານຂອງສະຫະປະຊາຊາດກໍ່ເນັ້ນໜັກວ່າ, ບັນດາບໍລິສັດສະໜອງລະບົບຮັກສາຂໍ້ມູນຂ່າວດ້ວຍວິທີໃຊ້ໂປຼແກມແກ້ໄຂບັນດາອົງການສິດພົນລະເມືອງ ແລະ ວິສາຫະກິດພາກເອກະຊົນຕ້ອງໄດ້ຮັບການກວດກາ, ຕິດຕາມຢ່າງເປັນປະຈຳ ເພື່ອສະກັດກັ້ນເລື່ອງເຂົາເຈົ້ານຳໃຊ້ຂໍ້ມູນສ່ວນຕົວຢ່າງບໍ່ຖືກກັບຈຸດປະສົງ ແລະ ຈາກນັ້ນເຮັດໃຫ້ເກີດມີຄວາມຄິດຕາຍຕົວຈຳແນກເຊື້ອຊາດຜິວພັນ.

        ທ່ານນາງ Verene Shepherd, ສະມາຊິກຄະນະກຳມະການລົບລ້າງການຈຳແນກເຊື້ອຊາດຜິວພັນຂອງຫະປະຊາຊາດຖືວ່າ, ບັນດາອົງການປະຕິບັດກົດໝາຍໄດ້ນຳໃຊ້ເຕັກໂນໂລຊີໃໝ່, ເຕັກໂນໂລຊີຂໍ້ມູນຂ່າວສານເຂົ້າໃນວິຊາຊີບຂອງເຂົາເຈົ້ານັບມື້ນັບຫຼາຍ ແລະ ນີ້ກໍ່ແມ່ນຄວາມສ່ຽງທີ່ອາດຈະກໍ່ໃຫ້ເກີດຄວາມຄິດຕາຍຕົວກັບກຸ່ມໃດໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ