ສະຫະປະຊາຊາດຮຽກຮ້ອງປ່ຽນແປງວິທີການແກ້ໄຂການປະທະກັນລະຫວ່າງອິດສະຣາແອນ-ປາແລດສະຕິນ

(VOVWORLD) -ກ່າວຄຳເຫັນຕໍ່ໜ້າສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນວັນທີ 25 ມັງກອນ, ທູດພິເສດຂອງສະຫະປະຊາຊາດກ່ຽວກັບວິວັດທະນາການສັນຕິພາບຢູ່ຕາເວັນອອກາງ, ທ່ານ Nickolay Mladenov ໃຫ້ຂໍ້ສັງເກດວ່າ

ສະຫະປະຊາຊາດຮຽກຮ້ອງປ່ຽນແປງວິທີການແກ້ໄຂການປະທະກັນລະຫວ່າງອິດສະຣາແອນ-ປາແລດສະຕິນ - ảnh 1ທ່ານ Nickolay Mladenov

(ພາບ: THX/TTXVN)

ສະຫະປະຊາຊາດ, ສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ປະຊາຄົມສາກົນເວົ້າລວມ ລ້ວນແຕ່ຖືກຕົກເຂົ້າຂອບ “ຄຸ້ມຄອງ, ແທນທີ່ແກ້ໄຂ” ການປະທະກັນລະຫວ່າງປາແລດສະຕິນ - ອິດສະຣາແອນ, ພ້ອມທັງເນັ້ນໜັກວ່າ, ເຖິງເວລາແລ້ວທີ່ຈະຕ້ອງຢຸດຕິສະພາບບໍ່ມີທາງອອກນີ້, ສະແດງໃຫ້ເຫັນຄວາມສາມາດຊີ້ນຳດ້ານການເມືອງ ແລະ ຊຸກຍູ້ບັນດານະໂຍບາຍຢູ່ໃນພູມມີປະເທດຕົວຈິງເພື່ອສ້າງຄວາມໄວ້ເນື້ອເຊື່ອໃຈ.

        ທ່ານ Mladenov ໄດ້ຮຽກຮ້ອງໃຫ້ປະຊາຄົມສາກົນສືບຕໍ່ສ້າງບັນດາເງື່ອນໄຂທີ່ຈຳເປັນ ເພື່ອເຊື່ອມຕໍ່ບັນດາການເຈລະຈາຄືນໃໝ່, ພ້ອມທັງຢືນຢັນຄືນໃໝ່ວ່າ ມາດຕະການ 2 ປະເທດຍັງຄົງແມ່ນແຜນການໜຶ່ງດຽວທີ່ສາມາດເປັນໄປໄດ້ ເພື່ອບັນລຸໄດ້ການຢຸດຕິຢ່າງມີຄວາມຍຸຕິທຳ ແລະ ໝັ້ນຄົງໃຫ້ແກ່ການປະທະກັນ. ມາດຕະການແກ້ໄຂ 2 ລັດ ມີຄວາມໝາຍວ່າ ອິດສະຣາແອນ ແລະ ປາແລດສະຕິນ ຄົງຕົວຄື 2 ປະເທດແຕກຕ່າງກັນ ດຳລົງຊີວິດຮ່ວມກັນໃນສັນຕິພາບ, ຄວາມໝັ້ນຄົງ ແລະ ຮັບຮອງເຊິ່ງກັນແລະກັນ.

ຕອບກັບ

ຂ່າວ/ບົດ​ອື່ນ