ສະຫະປະຊາຊາດຮຽກຮ້ອງຝ່າຍຄ້ານ ຊີຣີ ເຈລະຈາ ກັບລັດຖະບານ ຊີຣີ

ສະຫະປະຊາຊາດຮຽກຮ້ອງຝ່າຍຄ້ານ ຊີຣີ ເຈລະຈາ ກັບລັດຖະບານ ຊີຣີ - ảnh 1
ຮອບເຈລະຈາສັນຕິພາບ ຊີຣີ ຢູ່ປະເທດ ຫາຊັກສະຖານ (ພາບ: AP)

(vovworld) - ວັນ​ທີ 26/02 ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ບັນຫາ ຊີຣີ ທ່ານ Staffan De Mistura ມີ​ການ​ພົບ​ປະສະ​ເພາະ​ກັບ​ຜູ້ຕາງໜ​້າຂອງບັນດາ​ຝ່າຍ​ຄ້ານ ຊີຣີ ຢູ່​ເຊີ​ແນວ (ສະ​ວິດ), ​ເພື່ອ​ແນ​ໃສ່​ຊຸກຍູ້​ການ​ສ້າງ​ຕັ້ງ​ແນວ​ໂຮມ​ຝ່າຍ​ຄ້ານ​ເອກະພາບ ​ເພື່ອ​ກະກຽມ​ໃຫ້​ບັນດາ​ການ​ເຈລະຈາ​ສັນຕິພາບ​ກັບ​ລັດຖະບານ ຊີຣີ. ນີ້​ແມ່ນ​ການ​ພົບ​ປະ​​ຄັ້ງ​ທຳ​ອິດ ລະຫວ່າ​ງ​ເຈົ້າ​ໜ້າ​​ສະຫະ​ປະຊາ​ຊາດ ​ແລະ ຜູ້ຕາງໜ້າ​ຂອງ​ຝ່າຍ​ຄ້ານ ຊີຣີ. ພາຍຫລັງ​ການ​ປະຊຸມ, ທ່ານ Jihad Makdissi  ອະດີດ​ໂຄສົກ​ຂອງ​ອຳນາດ​ການ​ປົກຄອງ Damascus ​ໄດ້ອອກ​ຈາກ ຊີຣີ ​ໃນ​ປີ 2012 ​ໃຫ້​ຮູ້​ວ່າ: ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ ​ໄດ້​ສະໜອງ​ໃຫ້​ຝ່າຍ​ຄ້ານ ຊີຣີ ບັນດາ​ເອກະສານ​ທີ່​ກ່ຽວ​ຂ້ອງ​ເຖິງ​ເລື່ອງ ​ເຮັດ​ແນ​ວ​ໃດ​ເພື່ອ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ວຽກ​ງານ​ເຈລະຈາ​ລະ​ຫວ່າງ​ບັນດາ​ກຸ່ມ​ຝ່າຍ​ຄ້ານ​ທີ່ແຕກ​ຕາງ​ກັນ​ກັບ ລັດຖະບານ ຊີຣີ. ທ່ານ Jihad Makdissi   ຖື​ວ່າ: ບັນດາ​ຄວາມ​ແຕກ​ຕາງ​ກັນ​ພາຍ​ໃນ​ຂອງ​ບັນດາ​ຝ່າຍ​ຄ້ານ​ ຊີຣີ ​ແມ່ນ​ບໍ່​ໃຫຍ່, ພ້ອມ​ທັງ​ປະກາດ​ວ່າ ຝ່າຍ​ຄ້ານ​ພຽງ​ແຕ່ສາມາດ​ເຫັນ​ດີ​ຕໍ່​ຄຳ​ສະ​ເໜີ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ດ້ານ​ເຕັກນິກ​​ເທົ່າ​ນັ້ນ ​ແຕ່​ບໍ່​ແມ່ນ​ດ້ານ​ການ​ເມື​ອງ.

ຕອບກັບ

ຂ່າວ/ບົດ​ອື່ນ