ສະຫະປະຊາຊາດຮຽກຮ້ອງພ້ອມກັນສະກັດກັ້ນສະພາບໜ່ວຍໂລກອຸ່ນຂຶ້ນ

ສະຫະປະຊາຊາດຮຽກຮ້ອງພ້ອມກັນສະກັດກັ້ນສະພາບໜ່ວຍໂລກອຸ່ນຂຶ້ນ - ảnh 1
ພາບປະກອບ

(vovworld) - ວັນ​ທີ 13/4, ທ່ານ​ເລຂາ​ທິກ​ານ​ໃຫຍ່ ສະຫະປະຊາຊາດ  Ban Ki Moon ​ໄດ້​ອອກ​ຖະ​ແຫຼ​ງການ, ຊົມ​ເຊີຍ​ບັນດາ​ຂໍ້​ສະຫລຸບ​ທີ່​ໄດ້​ຍົກ​ອອກ​ມາ​ໃນ​ບົດ​ລາຍ​ງານ​ຫຼ້າ​ສຸດ​ຂອງ​ກຸ່ມ​ບັນດາ​ນັກ​ຊ່ຽວຊານ​ລະຫວ່າງ​ລັດຖະບານ, ກ່ຽວຂ້ອງ​ເຖິງ​ສະພາບ​ປ່ຽນ​ແປງຂອງ​ດິນ​ຟ້າ​ອາກາດ​ໃນ​ໜ່ວຍ​ໂລກ. ຖະ​ແຫຼ​ງການ​ຂອງ​ທ່ານ Ban Ki Moon ຊີ້​ແຈ້ງ​ສະພາບ​ມົນ​ລະ​ພິດ ​ແລະ ການ​ປ່ອຍອາຍ​ແກ​ດ​ເຮືອນ​ແກ້ວ​ສືບ​ຕໍ່​ເພີ່ມ​ຂຶ້ນຢ່າງ​ວ່ອງ​ໄວ​ໃນ​ຊຸມ​ປີຜ່ານມາ ​ໄດ້​ເຮັດ​ໃຫ້​ອຸນຫະພູມ​ໜ່ວຍ​ໂລກ​ເພີ່ມ​ຂຶ້ນ, ກໍ່​ໃຫ້​ເກີດ​ສະພາບກໍ່​ໃຫ້​ເກີດ​ສະພາບ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​ນັບ​ມື້​ນັບ​ຮ້າຍ​ແຮງ​ກ່ວາ. ໜຶ່ງ​ໃນ​ບັນດາ​ສາຍ​ເຫດ​ຕົ້ນ​ຕໍ່​ພາ​ໃຫ້​ເກີດ​ສະພາບ​ການ​ນີ້​ແມ່ນຢ້ອນ​ການ​ນຳ​​ໃຊ້​ແຫຼ່ງພະລັງງານ​ກາຍ​ເປັນ​ຫິນ​ເກີນ​ໄປ​ເພື່ອ​ຮັບ​ໃຊ້​ໃຫ້​ບັນດາ​ຈຸດໝາຍ​ພັດທະນາ​​ເສດຖະກິດ ​ແລະ ຊີ​ວິດ​ການ​ເປັນ​ຢູ່​ຂອງ​ມະນຸດ. ທ່ານ Ban Ki Moon ຮຽກຮ້ອງ​ໃຫ້​ທຸກໆ​ປະ​​ເທດ​ໃນ​ໂລກ​ ​ແລະ ທຸກ​ຄົນ​ທີ່ພວມດຳລົງຊີວິດ​​ໃນໜ່ວຍ​ໂລກ ພ້ອມ​ກັນ​ຮັບ​ຟັງ​ຄຳ​ກ່າວ​ເຕືອນ​ຂອງວົງ​ການ​ນັກ​ຊ່ຽວຊານ​ ​ແລ​ະ ບັນດາ​ນັກ​ວິທະຍາສາດ, ມີ​ບັນດາ​ມາດ​ຕະການ​ຈຳ​ເປັນ​ເພື່ອ​ສະກັດ​ກັ້ນ​ສະພາບ​ໜ່ວຍ​ໂລກ​ພວມ​ສືບ​ຕໍ່​ອຸ່ນ​ຂຶ້ນ, ​ເຊິ່ງຕາມ​ການ​ຄິດ​​ໄລ່, ​​ແມ່ນໄດ້​ເພີ່ມ​ຂຶ້ນ 2 ອົງສາ​ໃນ​ໄລຍະ​ຜ່ານ​ມາ.

ຂ່າວ/ບົດ​ອື່ນ