ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ສາກົນ​ໜູນ​ຊ່ວຍ​ລີ​ບີ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ

ສະຫະ​ປະຊາ​ຊາດ​ຮຽກຮ້ອງ​ສາກົນ​ໜູນ​ຊ່ວຍ​ລີ​ບີ​ແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ - ảnh 1
(ພາບປະກອບ: TTXVN)

(vovworld) - ກ່າວ​ຄຳ​ເຫັນ​ຕໍ່​ວົງ​ການ​ນັກ​ຂ່າວ​ໃນ​ວັນ​ທີ 04/09 ຢູ່ Alger, ທູ​ດພິ​ເສດ​ຂອງ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ ລີ​ບີ ທ່ານ Martin Kobler ​ເນັ້ນ​ໜັກ​ວ່າ: ການຕ້ານການ​ກໍ່​ການ​ຮ້າຍ ​ແລະ ການອົບ​ພະຍົບຢ່າງ​ຜິດ​ກົດໝາຍ ​ແມ່ນ​ນອນ​ໃນ​ບັນດາ​ສິ່ງ​ທ້າ​ທາຍ​ຕົ້ນຕໍ ຊຶ່ງ​ລັດຖະບານ ລີ​ບີ ພວມ​ປະ​ເຊີນໜ້າ. ທ່ານ Martin Kobler ​ໃຫ້​ຮູ້​ວ່າ: ລັດຖະບານ ລີ​ບີ ຍັງປະ​ເຊີນ​ໜ້າ​ກັບ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ກ່ອນ​ອື່ນ​ໝົດ​ແມ່ນ​​ຕ້ານການ​ກໍ່​ການ​ຮ້າຍ ​ແລະ ການອົບ​ພະ​ຍົບຜິດ​ກົດໝາຍ, ພິ​ເສດ​ແມ່ນ ​ເມື່ອ​ມີຊາວ​ອົບ​ພະຍົບຜິດ​ກົດໝາຍ​ບໍ່​ຕ່ຳ​ກ່ວາ 100.000 ຄົນ​ທີ່​ມາຈາກ​ຫລາຍ​ປະ​ເທດ ອາ​ຟຣິກາ ​ໄປ​ຍັງ ອີ​ຕາ​ລີ ​ໂດຍ​ຜ່ານ ລີ​ບີ. ບັນຫາ​ມະນຸດສະທຳ ກໍ່​ແມ່ນ​ສິ່ງ​ທ້າ​ທາຍ​ອີກ​ອັນ​ໜຶ່ງ ສຳລັບ​ລັດຖະບານ ລີ​ບີ ​ແລະ ປະຊາ​ຄົມ​ສາກົນ. ທ່ານ Martin Kobler ​ເນັ້ນ​ໜັກ​ວ່າ: ປະຊາ​ຄົມ​ສາກົນ​ຕ້ອງ​ອຸປະຖຳ ​ແລະ ໜູນ​ຊ່ວຍ​ໃຫ້​ແກ່ ລີ​ບີ ພ້ອມ​ທັງ​ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ປະ​ເທດ ອາ​ຟຣິກາ​ເໜືອ​ນີ້.

ຂ່າວ/ບົດ​ອື່ນ