ສະ​ຫະ​ປະ​ຊາ​​ຊາດ​ຮຽກ​ຮ້ອງ​ເງິນ​ເປັນ​ຈຳ​ນວນ 95 ລ້ານ USD ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ຊາວ ປາ​ແລັດ​ສະ​ຕິນ

(VOVWORLD) -   ວັນທີ 27 ພຶດສະພາ, ສປຊ ໄດ້ຮຽກຮ້ອງເງິນຈຳນວນ 95 ລ້ານ USD ເພື່ອໜູນຊ່ວຍໃຫ້ແກ່ຊາວ ປາແລັດສະຕິນ ໃນໄລຍະເວລາ 3 ເດືອນ ຢູ່ ເຂດ Gaza ແລະ ເຂດຝັ່ງຕະເວັນຕົກແມ່ນ້ຳຈໍແດນ ລວມມີ Jerusalem ຕາເວັນອອກ.
ສະ​ຫະ​ປະ​ຊາ​​ຊາດ​ຮຽກ​ຮ້ອງ​ເງິນ​ເປັນ​ຈຳ​ນວນ 95 ລ້ານ USD ເພື່ອ​ໜູນ​ຊ່ວຍ​ໃຫ້​ແກ່​ຊາວ ປາ​ແລັດ​ສະ​ຕິນ - ảnh 1ພາບປະກອບ: Mohammed Salem/Reuters

ທ່ານນາງ Lynn Hastings, ຜູ້ປະສານງານມະນຸດສະທຳຂອງ ສປຊ ຮັບຜິດຊອບ ບັນດາເຂດຜືນແຜ່ນດິນຂອງ ປາແລັດສະຕິນ ໃຫ້ຮູ້ວ່າ ສປຊ ພວມຊັ່ງຊາບັນດາຄວາມຕ້ອງການມະນຸດສະທຳໃນປັດຈຸບັນ ແລະ ຈະຕີລາຄາບັນດາຜົນເສຍຫາຍໄລຍະຍາວ ແລະ ໃຫ້ການໜູນຊ່ວຍທີ່ຈຳເປັນໃຫ້ແກ່ບັນດາການເຄື່ອນໄຫວສ້າງຕັ້ງຄືນໃໝ່ ຂອງຊາວປາແລັດສະຕິນ ຢູ່ເຂດນີ້. ຕາມທ່ານນາງ Lynn Hastings ແລ້ວ, ສປຊ ໄດ້ຍົກອອກຄຳຮຽກຮ້ອງດັ່ງກ່າວເພື່ອແນໃສ່ແກ້ໄຂບັນດາຄວາມຕ້ອງການໃນທັນທີ ລວມມີ: ສະບຽງອາຫານ, ການແພດ, ຢຸກຢາ ແລະ ສ້ອມແປງພື້ນຖານໂຄງລ່າງກໍ່ຄືໜູນຊ່ວຍເງິນສົດໃຫ້ແກ່ຊາວ ປາແລັດສະຕິນ.

ຕອບກັບ

ຂ່າວ/ບົດ​ອື່ນ