ສະຫະປະຊາຊາດຮຽກຮ້ອງແກ້ໄຂວິກິດການBurundiດ້ວຍສັນຕິວິທີ

ສະຫະປະຊາຊາດຮຽກຮ້ອງແກ້ໄຂວິກິດການBurundiດ້ວຍສັນຕິວິທີ - ảnh 1
(ພາບປະກອບ: AFP/ TTXVN)

(vovworld) - ວັນ​ທີ 15/5, ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ​ໄດ້​ອອກ​ຖະ​ແຫຼ​ງການສະ​ແດງ​​ຄວາມວິຕົກ​ກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ສະພາບ​ຂາດ​ສະຖຽນ​ລະ​ພາບ​ທີ່​ພວມ​ເກີດ​ຂຶ້ນ​ຢູ່Burundi ​ແລະ ​ເນັ້ນ​ໜັກ​ເຖິງ​ລັກສະນະ​ຮີບ​ດ່ວນ​ຂອງ​ເລື່ອງ​ດຳ​ເນີນ​ການ​ເຈລະຈາ ​ແລະ ການ​ໄກ່​ເກ່ຍປອງ​ດອງຊາດ ​ແນ​ໃສ່​ແກ້​ໄຂ​ວິ​ກິດ​ການ​ໃນ​ປະຈຸ​ບັນ. ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ຮຽກຮ້ອງ “ທຸກ​ຝ່າຍ​ຢູ່Burundi ຈົ່ງ​ລະງັບ​ໃຈ, ບໍ່​ດຳ​ເນີນ​ການ​ບຸກ​ໂຈມ​ຕີ​ໂຕ້​ຕອບ, ​ແກ້​ໄຂ​ຄວາມ​ຂັດ​ແຍ້​ງກັນ​ໂດຍ​ສັນ​ຕິວິທີ, ຖື​ສັນຕິພາບ, ສະຖຽນ​ລະ​ພາບ​ຂອງ Burundi  ​ເປັນ​ສຳຄັນ ​ແລະ ​ເພື່ອ​ຜົນ​ປະ​ໂຫຍ​ດດີ​ທີ່​ສຸດ​ຂອງ​ປະ​ເທດ​ຊາດ“.

ຂ່າວ/ບົດ​ອື່ນ