ສະຫະປະຊາຊາດຮຽກຮ້ອງແຜ່ບໍລິຈາກເງິນ 33 ລ້ານ USD ເພື່ອປົກປ້ອງຊາວລີ້ໄພ

(VOVWORLD) - ວັນທີ 10 ມີນາ, ສະຫະປະຊາຊາດໄດ້ອອກຄຳຮຽກຮ້ອງໃຫ້ແຜ່ບໍລິຈາກເງິນຫລາຍສິບລ້ານ USD ໂດຍດ່ວນ ເພື່ອແນໃສ່ປົກປ້ອງຊາວລີ້ໄພທີ່ຖືກເສຍຫາຍຫລາຍກ່ວາໝູ່ ແລະ ຕ້ານ  ການຕິດແປດຂອງເຊື້ອພະຍາດ Covid-19.
ສະຫະປະຊາຊາດຮຽກຮ້ອງແຜ່ບໍລິຈາກເງິນ 33 ລ້ານ USD ເພື່ອປົກປ້ອງຊາວລີ້ໄພ - ảnh 1ພາບປະກອບ /  AFP/TTXVN)

ອົງການຂ້າຫລວງໃຫຍ່ສະຫະປະຊາຊາດເພື່ອຊາວລີ້ໄພ (UNHCR) ໃຫ້ຮູ້ວ່າ: ອົງການນີ້ ພວມບໍລິຈາກເງິນ 33 ລ້ານ USD ໃນເບື້ອງຕົ້ນ “ເພື່ອເພີ່ມທະວີໃຫ້ບັນດາການເຄື່ອນໄຫວກະກຽມ, ປ້ອງກັນ, ສະກັດກັ້ນ ແລະ ຮັບມື ເພື່ອແນໃສ່ແກ້ໄຂບັນຫາສຸຂະພາບວົງຄະນະຍາດໃນທັນທີ ໃຫ້ແກ່ຊາວລີ້ໄພ ຈາກໂລກລະບາດ Covid-19”.

        ມາຮອດປັດຈຸບັນ, ເຖິງວ່າຍັງບໍ່ທັນມີການລາຍງານກ່ຽວກັບເລື່ອງ Covid-19 ແຜ່ລະບາດອອກສູ່ວົງຄະນະຍາດຊາວລີ້ໄພ ແລະ ຜູ້ຂໍລີ້ໄພຢ່າງກ້ວາງຂວາງກໍ່ຕາມ, ແຕ່ອົງການ UNHCR ກໍ່ໃຫ້ຮູ້ວ່າ: ອົງການນີ້ ພວມກະກຽມ ແລະ ສ້າງແຜນການສຳຮອງ ເພື່ອແນໃສ່ຮັບມືກັບກໍລະນີໂລກລະບາດ Covid-19 ເລີ່ມແຜ່ລະບາດໃນໝູ່ຊາວລີ້ໄພນຳກັນ.

ຕອບກັບ

ຂ່າວ/ບົດ​ອື່ນ