ສະຫະປະຊາຊາດຮຽກຮ້ອງໃຫ້ໂລກດຳເນີນບັນດາການເຈລະຈາກ່ຽວກັບດິນຟ້າອາກາດຍິ່ງໄວກໍ່ຍິ່ງດີ

(VOVWORLD) -ທ່ານນາງ Patricia Espinosa, ເລຂາບໍລິຫານສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC) ໄດ້ຮຽກຮ້ອງໃຫ້ໂລກຈົ່ງມີການກະທຳໂດຍດ່ວນ ແລະ ດຳເນີນບັນດາການເຈລະຈາຍິ່ງໄວກໍ່ຍິ່ງດີ.
ສະຫະປະຊາຊາດຮຽກຮ້ອງໃຫ້ໂລກດຳເນີນບັນດາການເຈລະຈາກ່ຽວກັບດິນຟ້າອາກາດຍິ່ງໄວກໍ່ຍິ່ງດີ - ảnh 1ທ່ານນາງ Patricia Espinosa, ເລຂາບໍລິຫານສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC)
(ພາບ: Andreas Rentz/ Getty)

ວັນທີ 06 ມິຖຸນາ, ຢູ່ນະຄອນ Bonn (ທາງທິດຕາເວັນຕົກປະເທດ ເຢຍລະມັນ), ຜູ້ຕາງໜ້າມາຈາກກວ່າ 200 ປະເທດ ແລະ ເຂດແຄ້ວນໃນໂລກ ໄດ້ເລີ່ມດຳເນີນການເຈລະຈາກ່ຽວກັບດິນຟ້າອາກາດ ເພື່ອແນໃສ່ກະກຽມໃຫ້ແກ່ກອງປະຊຸມຄັ້ງທີ 27 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP27) ເຊິ່ງຄາດວ່າຈະດຳເນີນຢູ່ ອີຢິບ ໃນທ້າຍປີ 2022. ກ່າວຄຳເຫັນທີ່ການຖະແຫຼງຂ່າວໃນວັນດຽວກັນ, ທ່ານນາງ Patricia Espinosa, ເລຂາບໍລິຫານສົນທິສັນຍາແມ່ຂອງສະຫະປະຊາຊາດກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (UNFCCC) ໄດ້ຮຽກຮ້ອງໃຫ້ໂລກຈົ່ງມີການກະທຳໂດຍດ່ວນ ແລະ ດຳເນີນບັນດາການເຈລະຈາຍິ່ງໄວກໍ່ຍິ່ງດີ. ຕາມທ່ານນາງ Patricia Espinosa ແລ້ວ, ຈຸດສຸມຕົ້ນຕໍຂອງກອງປະຊຸມປີນີ້ແມ່ນການປະຕິບັດບັນດາການກະທຳເຊິ່ງໄດ້ຍົກອອກມານັບແຕ່ກອງປະຊຸມ COP 26 ທີ່ຈັດຂຶ້ນຢູ່ Glasgow (ລາຊະອານາຈັກ ອັງກິດ) ໃນປີ 2021. ນອກນັ້ນ, ກອງປະຊຸມກໍ່ປຶກສາຫາລືເລື່ອງບັນດາປະເທດຄາດວ່າຈະປະກາດກົດໝາຍ, ນະໂຍບາຍ ແລະ ໂຄງການ ເພື່ອນຳເຂົ້າປະຕິບັດສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດທີ່ລົງນາມໃນປີ 2015.

ຕອບກັບ

ຂ່າວ/ບົດ​ອື່ນ