ສະຫະປະຊາຊາດເຊີດຊູບົດບາດຂອງG77ໃນບັນດາບັນຫາສາກົນ

(VOVWORLD) -ວັນທີ 12 ມັງກອນ, ທ່ານ Antonio Guterres ເລຂາທິການໃຫຍ່ ສະຫະປະຊາຊາດ ຊົມເຊີຍບົດບາດຂອງ ກຸ່ມບັນດາປະເທດພວມພັດທະນາ (G77) ໃນການຊຸກຍູ້ລັດທິຫລາຍຝ່າຍ, ການພັດທະນາ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ. 

ສະຫະປະຊາຊາດເຊີດຊູບົດບາດຂອງG77ໃນບັນດາບັນຫາສາກົນ - ảnh 1 ທ່ານເລຂາທິການໃຫຍ່ ສປຊ Antonio Guterres

ພາບ:UN

ກ່າວຄຳເຫັນທີ່ພິທີ ປະເທດ ເອກວາດໍ ມອບສົ່ງຕຳແຫນ່ງປະທານ G77 ໃຫ້ແກ່ອີຢີບ, ທ່ານເລຂາທິການໃຫຍ່ ສປຊ Antonio Guterres  ໄດ້ຢືນຢັນວ່າ: ອົງການຈັດຕັ້ງນີ້ ໄດ້ກາຍເປັນເສົາຄ້ຳຕົ້ນຕໍໃນການປົກປັກຮັກສາລັດທິຫລາຍຝ່າຍກໍ່ໍ່ຄືຮັບປະກັນວ່າ ການພັດທະນາຍັງຄົງແມ່ນຈຸດສຸມການກະທຳຂອງ ສປຊ. ສອງພື້ນຖານເສດຖະກິດໃຫຍ່ກວ່າໝູ່ໃນກຸ່ມ G77 ນັ້ນແມ່ນ ຈີນ ແລະ ອິນເດຍ ໄດ້ໃຫ້ຄຳໝັ້ນສັນຍາຢ່າງແຮງກວ່າແມ່ນປະເທດນຳຫນ້າໃນການຕ້ານການປ່ຽນແປງຂອງດິນຟ້າອາກາດ ເພື່ອແນໃສ່ຫລຸດຜ່ອນບັນດາການກະທຳ ແລະ ການທຳລາຍຈາກການປ່ຽນແປງຂອງດິນຟ້າອາກາດກໍ່ຂຶ້ນ. 

ຕອບກັບ

ຂ່າວ/ບົດ​ອື່ນ