ສະ​ຫະ​ປະ​ຊາ​ຊາດ​ເຊີດ​ຊູ​ແມ່​ຍິງ​ໃນ​ບົດ​ບາດ​ເປັນ​ການ​ນຳ

(VOVWORLD) -ຫົວຂໍ້ນີ້ກໍ່ເໝາະສົມກັບຫົວຂໍ້ບຸລິມະສິດຂອງ ກອງປະຊຸມຄັ້ງທີ 65 ຂອງ ຄະນະກຳມະການ ສະຫະປະຊາຊາດ ກ່ຽວກັບທີ່ຕັ້ງ ຂອງແມ່ຍິງ, ເຊິ່ງຮຽກຮ້ອງການເຂົ້າຮ່ວມຢ່າງຄົບຖ້ວນ ແລະ ມີປະສິດທິຜົນຂອງແມ່ຍິງໃນວິວັດການອອກລັດຖະນະໂຍບາຍ ໃນຊີວິດສັງຄົມ
ສະ​ຫະ​ປະ​ຊາ​ຊາດ​ເຊີດ​ຊູ​ແມ່​ຍິງ​ໃນ​ບົດ​ບາດ​ເປັນ​ການ​ນຳ - ảnh 1ທ່ານນາງຮອງປະທານາທິບໍດີ ອາເມລິກາ Kamala Harris. (ພາບ: AFP/TTXVN)

ອົງການສະຫະປະຊາຊາດກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງ ຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ (UN Women) ໄດ້ປະກາດຫົວຂໍ້ຂອງວັນແມ່ຍິງສາກົນ 8/3 ປີ 2021 ແມ່ນ “ແມ່ຍິງດຳລົງຕຳແໜ່ງການນຳ: ຫັນອະນາຄົດກ່ຽວກັບຄວາມສະເໝີພາບລະຫວ່າງ ຍິງຊາຍໃນໂລກ ໂຄວິດ - 19 ໃຫ້ປະກົດຜົນເປັນຈິງ”.

ຫົວຂໍ້ນີ້ກໍ່ເໝາະສົມກັບຫົວຂໍ້ບຸລິມະສິດຂອງ ກອງປະຊຸມຄັ້ງທີ 65 ຂອງ ຄະນະກຳມະການ ສະຫະປະຊາຊາດ ກ່ຽວກັບທີ່ຕັ້ງ ຂອງແມ່ຍິງ, ເຊິ່ງຮຽກຮ້ອງການເຂົ້າຮ່ວມຢ່າງຄົບຖ້ວນ ແລະ ມີປະສິດທິຜົນຂອງແມ່ຍິງໃນວິວັດການອອກລັດຖະນະໂຍບາຍ ໃນຊີວິດສັງຄົມ, ກໍ່ຄືການລົບລ້າງການໃຊ້ຄວາມຮຸນແຮງ ເພື່ອແນໃສ່ບັນລຸໄດ້ຄວາມສະເໝີພາບ ລະຫວ່າງ ຍິງຊາຍ ແລະ ມອບສິດໃຫ້ແກ່ແມ່ຍິງ ແລະ ເດັກຍິງ.

ຕອບກັບ

ຂ່າວ/ບົດ​ອື່ນ