ສະຫະປະຊາຊາດເລີ່ມຕົ້ນຮອບເຈລະຈາສັນຕິພາບໃໝ່ກ່ຽວກັບຊີຣີ

ສະຫະປະຊາຊາດເລີ່ມຕົ້ນຮອບເຈລະຈາສັນຕິພາບໃໝ່ກ່ຽວກັບຊີຣີ - ảnh 1
​ຮອບ​ເຈລະຈາ​ສັນຕິພາບ​ໃໝ່​ກ່ຽວ​ກັບ ຊີຣີ ຢູ່ ​ເຊີ​ແນວ
(ພາບ: THX/TTXVN)

(vovworld) - ວັນ​ທີ 13/04, ທ່ານ Staffan de Mistura ທູດ​ພິ​ເສດ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ ຊີຣີ ​ເລີ່​ມຕົ້ນ​ຮອບ​ເຈລະຈາ​ສັນຕິພາບ​ໃໝ່​ກ່ຽວ​ກັບ ຊີຣີ ຢູ່ ​ເຊີ​ແນວ (ສະ​ວິດ) ດ້ວຍ​ການ​ປຶກສາ​ຫາລື​ກັບ​ບັນດາ​ສະມາ​ຊິກ​ຄະນະ​ກຳມະການ​ເຈລະຈາ​ຂັ້ນ​ສູງ (HNC) ທີ່​ຕາງໜ້າ​ໃຫ້​ກຳລັງຝ່າຍ​ຄ້ານ ຊີຣີ. ຄະນະ​ເຈລະຈາ​ຂອງ​ລັດຖະບານ ຊີຣີ ຈະ​ເຂົ້າ​ຮ່ວມ​ການ​ເຈລະຈາ​ສັນຕິພາບ​ໃນ​ວັນ​ທີ 14 ຫຼື 15/04. ກ່ອນ​ໜ​້ານັ້ນ ຝ່າຍ​ລັດຖະບານ ຊີຣີ ​ໄດ້​ປະກາດ ພຽງ​ແຕ່​ສາມາດ​ສົ່ງ​ຄະນະ​ເຈລະຈາ​ເຖິງ ​ເຊີ​ແນວ ພາຍຫລັງ​ການ​ເລືອກ​ຕັ້ງ​ສະພາ​ແຫ່ງ​ຊາດ​ວັນ​ທີ 13/04 ຢູ່​ປະ​ເທດ​ນີ້​ເທົ່າ​ນັ້ນ.

        ຮອບ​ເຈລະຈາ​ສັນຕິພາບ​ໃໝ່​ຄັ້ງ​ນີ້ ຄາດ​ຄະ​ເນ​ວ່າ ຈະ​ດຳ​ເນີນ​ໃນ​ໄລຍະ​ເວລາ​ປະມານ 10 ວັນ. ທ່ານ Mistura ທູດ​ພິ​ເສດ​ໃຫ້​ຮູ້​ວ່າ: ​ເນື້ອ​ໃນ​ຈຸດ​ສຸມ​ຈະ​ແມ່ນ​ບັນຫາຫັນຂ້າມ​ຜ່ານ​ດ້ານ​ການ​ເມື​​ອງ ພ້ອມ​ກັບ​ບັນດາ​ຫຼັກ​ການທີ່​ກ່ຽວຂ້ອງ​ເຖິງ​ລັດຖະທຳ​ມະນູນ. ວັນ​ທີ 11/04 ລັດຖະບານ ຊີຣີ ​ໄດ້​ຖະ​ແຫຼ​ງ ພ້ອມ​ແລ້ວ​ ທີ່​ຈະດຳ​ເນີນ​ບັນດາ​ການ​ເຈລະຈາ​ສັນຕິພາບ​ໂດຍ​ບໍ່​ມີ​ເງື່ອນ​ໄຂ. ​ໃນ​ຂະນະ​ນັ້ນ, ຜູ້ຕາງໜ້າ​ຂອງ HNC ກໍ່​ໃຫ້​ຮູ້​ວ່າ: ຈະບໍ່​ຄັດຄ້ານ​ການ​ເຈລະຈາ​ໂດຍ​ກົງ​ກັບ​ລັດຖະບານ.

ຂ່າວ/ບົດ​ອື່ນ