ສະຫະປະຊາຊາດແລະອາເມລິກາກ່າວປະນາມເຫດການບຸກໂຈມຕີນອງເລືອດຢູ່ອີຣັກ

ສະຫະປະຊາຊາດແລະອາເມລິກາກ່າວປະນາມເຫດການບຸກໂຈມຕີນອງເລືອດຢູ່ອີຣັກ - ảnh 1
ສະ​ຖານ​ທ່​ີ​ເກີດ​ເຫດຢູ່ Khan Bani Saad
(ພາບ: AFP/ TTXVN)

(vovworld) –  ​​ວັນ​ທີ 18/7, ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban ki – moon ແລະ ອ​າ​ເມ​ລິ​ກາ ໄດ້​ກ່າວ​ປະ​ນາມ​ເຫດ​ການ​ບຸກ​ໂຈມ​ຕີ​ທີ່ນອງ​ເລືອດ​ຢູ່ ອີ​ຣັກ, ເຮັດ​ໃຫ້​ກ່​ວາ 100 ຄົນ​ເສຍ​ຊີ​ວິດ, ພ້ອມ​ທັງ​ສືບ​ຕໍ່​ສະ​ແດງ​ການ​ສະ​ໜັບ​ສະ​ໜູນ​ລັດ​ຖະ​ບານ ອີ​ຣັກ ໃນ​ບັ້​ນ​ຮົບ​ຕ້ານ​ຄືນ​ອົງ​ການ​ “ລັດ​ອິດ​ສະ​ລາມ” (IS) ຂະ​ໜານ​ນາມ​ເອງ. ໂຄ​ສົກ​ສະ​ພາ​ປ້ອງ​ກັນຄວາມ​ສະ​ຫງົບ​ແຫ່ງ​ຊາດ ອາ​ເມ​ລິ​ກາ Ned Price ໄດ້​ກ່າວ​ຫາ​ເຫດ​ການ​ວາງ​ລະ​ເບີດ​ລົດ​ໂອ​ໂຕ​ຢູ່ ອີ​ຣັກ ແມ່ນ​ການກ​ະ​ທຳ​ບຸກ​ໂຈມ​ຕີ​​ໂດຍ​ເຈດ​ຕະ​ນາ ແລະ ໂຫດ​ຮ້າຍ​ສາ​ມານ​​ທີ່​ແນ​ໃສ່​ສາມ​ັນ​ຊົນ. ທຳ​ນຽບ​ຂາວ​ຖືນີ້​ແມ່​ນ​ຕົວ​ຢ່າງ​ທີ່​ເຈັບ​ປວດ​ກ່ຽວ​ກັບ​ຄວາມ​ໂຫດ​ຮ້າຍ​ສາ​ມານ​ຂອງ IS ພວ​ມ​ສື​ບ​ຕໍ່​ການ​ເຄື່ອນ​ໄຫວ​ຕ້ານ​ປະ​ຊາ​ຊົນ ອີ​ຣັກ. ພ້ອມ​ກັນນັ້ນ, ອາ​ເມ​ລິ​ກາ ຖະ​ແຫຼງ​ຈະ​ສືບ​ຕໍ່​​ຫນູນ​ຊ່ວຍ​ລັດ​ຖະ​ບານ ແລະ ກຳ​ລັງ​ປ້ອງ​ກັນ​ຄວາມ​ສະ​ຫງົບ ອີ​ຣັກ​ເພື່ອ​ແນ​ໃສ່​ເຮັດ​ໃຫ້ອົງ​ການກໍ່​ການ​ຮ້າຍ IS ອ່ອນ​ເພຍ​ລົງ ແລະ ມຸ່ງ​ໄປ​ເຖິງ​ການ​ດັບ​ສູນ​ກຸ່ມນີ້​ຢ່າງ​​ສິນ​ເຊິ່ງ. ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ໃນ​ແຈ້ງ​ການ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ Ban ki – moon ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​​ຕໍ່ກັບ​ຄອບ​ຄົວ​ບັນ​ດາ​ຜູ້​ປະ​ສົບ​ເຄາະ​ຮ້າຍ, ພ້ອມ​ທັງ​ຫວັງ​ວ່າ​ບັນ​ດາ​ຕົວ​ການຈະ​ຖືກ​ນຳ​​ຂຶ້ນ​ສານ​ພິ​ພາກ​ສາ​ໃນ​ໄວໆ​ນີ້. ຄຽງ​ຄູ່​ກັນ​ນັ້ນ, ຜູ້​ນຳ​ໜ້າ ສ​ປ​ຊ ກໍ​ສ​ະ​ແດງ​ຄວາມ​ສາ​ມັກ​ຄີ​ກັບ​ປະ​ຊາ​ຊ​ົນ ແລະ ລັດ​ຖະ​ບານ ອີ​ຣັກ.


ຂ່າວ/ບົດ​ອື່ນ