ສະຫະປະຊາຊາດໃຫ້ຂໍ້ສັງເກດສາມາດລົບລ້າງໂລກພະຍາດເອໂບລາ

ສະຫະປະຊາຊາດໃຫ້ຂໍ້ສັງເກດສາມາດລົບລ້າງໂລກພະຍາດເອໂບລາ - ảnh 1
(ພາບປະກອບ)

(vovworld) - ກ່າວ​ຄວາມ​ເຫັນ​ທີ່ ghana ​ໃນ​ວັນ​ທີ 3/1, ຜູ້​ຮັບຜິດຊອບ​ໜ້າ​ທີ່​ຮັບ​ມື​ກັບ​ໂລກ​ພະຍາດ​ເອ​ໂບລາ ຂອງ​ສະ​ຫະ​ປະຊາ​ຊາດ (UNMEER), ທ່ານ Ismail Cheikh Ahmed, ​ໃຫ້​ຂໍ້​ສັງ​ເກດ​ວ່າການ​ລົບ​ລ້າງ​ໂລກ​ພະ​ຍາດ​ນີ້ ​ແມ່ນ​ໜ້າ​ທີ່​ຫຍຸ້ງຍາກ ​ແຕ່​ສາມາດ​​​ຮັບ​ຜົນ​ໄດ້. ຫົວໜ້າ UNMEER ​ເນັ້ນ​ໜັກ​ວ່າ, ຢາກ​ສະກັດ​ກັ້ນ​ການ​ແຜ່​ລະບາດ​ຂອງ​ໄວຣັດ​ເອ​ໂບລາ, ພຽງ​ແຕ່​ມີ​ມາດ​ຕະການ​ໜຶ່ງ​ດຽວ​ນັ້ນ​ແມ່ນ​ຕ້ອງລົບ​ລ້າງ​ໄວຣັດນີ້​ໃຫ້​ໄດ້​ເທົ່າ​ນັ້ນ. ຕາມ​ອົງການ​ອະນາ​ໄມ​ໂລກ (WHO), ມາ​ຮອດ​ປະຈຸ​ບັນ​ໄດ້​ມີ 20.200 ກວ່າ​ກໍລະນີ​ຕິດ​ໄວຣັດ​ເອ​ໂບລາ, ​ໃນ​ນັ້ນ​ເກືອບ 8000 ຄົນ​ຖືກ​ເສຍ​ຊີວິດ​ແລ້ວ. ບັນດາ​ປະ​ເທດ​ຖືກ​ຜົນ​ສະທ້ອນ​​ໜັກໜ່ວງກວ່າ​ໝູ່​ແມ່ນ Sierra Leone, Liberia ​ແລະ Guinea.

ຂ່າວ/ບົດ​ອື່ນ