ສະຫະພັນ ລັດເຊຍ ມອບຫຼຽນໄຊມິດຕະພາບ ໃຫ້ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຫງວຽນຈີ໊ວິ້ງ

(VOVWORLD) -ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ປະທານອະນຸກໍາມະການ ຫວຽດນາມ ເຊິ່ງຂຶ້ນກັບຄະນະກໍາມະການສົມທົບລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ເພີ່ມທະວີການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ - ລັດເຊຍ
ສະຫະພັນ ລັດເຊຍ ມອບຫຼຽນໄຊມິດຕະພາບ ໃຫ້ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ຫງວຽນຈີ໊ວິ້ງ - ảnh 1ທ່ານ  Vnukov Konstanmin  Vasilievich ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສະຫະພັນ ລັດເຊຍ ປະຈໍາ ຫວຽດນາມ   ມອບຫຼຽນໄຊມິດຕະພາບໃຫ້ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ (ພາບ: TTXVN)

  ຕອນບ່າຍວັນທີ 23 ກັນຍາ, ຢູ່ສູນເຂດຮ້ອນ ຫວຽດນາມ - ລັດເຊຍ (ຂຶ້ນກັບກະຊວງປ້ອງກັນປະເທດຫວຽດນາມ), ໂດຍໄດ້ຮັບການມອບສິດຈາກ ສະຫະພັນລັດເຊຍ, ທ່ານ  Vnukov Konstanmin  Vasilievich ເອກອັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ສະຫະພັນ ລັດເຊຍ ປະຈໍາ ຫວຽດນາມ  ໄດ້ປະກາດຂໍ້ຕົກລົງວ່າດ້ວຍການຍ້ອງຍໍຂອງທ່ານປະທານາທິບໍດີ ລັດເຊຍ Vladimir Putin  ແລະ ມອບຫຼຽນໄຊມິດຕະພາບໃຫ້ທ່ານພົນໂທ ຫງວຽນຈີ໊ວິ້ງ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ, ປະທານອະນຸກໍາມະການ ຫວຽດນາມ ເຊິ່ງຂຶ້ນກັບຄະນະກໍາມະການສົມທົບລະຫວ່າງລັດຖະບານ ກ່ຽວກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ ທີ່ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການປັບປຸງ, ເພີ່ມທະວີການພັດທະນາການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ລະຫວ່າງ ຫວຽດນາມ - ລັດເຊຍ, ໃນນັ້ນມີການພົວພັນລະຫວ່າງດ້ານປ້ອງກັນຊາດ ແລະ ການຮ່ວມມືກັບສູນເຂດຮ້ອນ ຫວຽດນາມ - ລັດເຊຍ.

        ສະແດງຄວາມຂອບໃຈຕໍ່ລັດ, ລັດຖະບານ ລັດເຊຍ ທີ່ໄດ້ມອບຫຼຽນໄຊມິດຕະພາບໃຫ້ຕົນ, ທ່ານພົນໂທ ຫງວຽນຈີ໊ວິ້ງ ເນັ້ນໜັກວ່າ ທ່ານຖືນີ້ແມ່ນຄວາມເອົາໃຈໃສ່ເປັນພິເສດຂອງ ສະຫະພັນລັດເຊຍທີ່ສະຫງວນໃຫ້ແກ່ທ່ານ ແລະ ກະຊວງປ້ອງກັນປະເທດຫວຽດນາມ. ທ່ານພົນໂທ ຫງວຽນຈີ໊ວິ້ງ ກໍເຊື່ອໝັ້ນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ການພົວພັນຮ່ວມມືດ້ານປ້ອງກັນຊາດ, ວິທະຍາສາດເຕັກນິກການທະຫານລະຫວ່າງສອງປະເທດ ຈະໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ; ພ້ອມທັງປາດຖະໜາວ່າ ຈະສືບຕໍ່ໄດ້ຮັບການສະໜັບສະໜູນ, ການຮ່ວມມືຂອງລັດ, ບັນດາກະຊວງ, ຂະແໜງການກ່ຽວຂ້ອງຂອງ ລັດເຊຍ ເພື່ອໃຫ້ສູນເຂດຮ້ອນ ຫວຽດນາມ - ລັດເຊຍ ບັນລຸໄດ້ຜົນງານຫຼາຍຢ່າງໃນໄລຍະຈະມາເຖິງ.


ຕອບກັບ

ຂ່າວ/ບົດ​ອື່ນ