ສະ​ຫະ​ພັນ ອາ​ຣັບ ໄດ້​ນຳ Hezbollah ອອກ​ຈາກ​ບັນ​ຊີ​ລາຍ​ຊື່ ການ​ກໍ່​ກາ​ນ​ຮ້າຍ

(VOVWORLD) - ບັນດາປະເທດສະມາຊິກຂອງ ສະຫະພັນ ອາຣັບ ກໍ່ໄດ້ເຫັນດີຕໍ່ການຖື Hezbollah ບໍ່ແມ່ນອົງການກໍ່ການຮ້າຍອີກ. 
ສະ​ຫະ​ພັນ ອາ​ຣັບ ໄດ້​ນຳ Hezbollah ອອກ​ຈາກ​ບັນ​ຊີ​ລາຍ​ຊື່ ການ​ກໍ່​ກາ​ນ​ຮ້າຍ - ảnh 1 ທ່ານ Hossam Zaki, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສະຫະພັນ ອາຣັບ (ພາບ: AA/TTXVN)

ວັນທີ 29 ມິຖຸນາ ທ່ານ Hossam Zaki, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສະຫະພັນ ອາຣັບ ໄດ້ຖະແຫຼງວ່າ ກຸ່ມນີ້ໄດ້ຢຸດການຖື Hezbollah ແມ່ນອົງການກໍ່ການຮ້າຍ. ກ່າວຄຳເຫັນໃນຊ່ອງໂທລະພາບ Al-Qahera ຂອງ ເອຢິບ ພາຍຫຼັງການຢ້ຽມຢາມ ລີບັງ, ທ່ານ Zaki ໃຫ້ຮູ້ວ່າ ໃນບັນດາການຕັດສິນໃຈໃນເມື່ອກ່ອນຂອງ ສະຫະພັນ ອາຣັບ ໂດຍຖື Hezbollah ແມ່ນອົງການກໍ່ການຮ້າຍ ແລະ ສິ່ງນີ້ໄດ້ສ່ອງແສງໃນບັນດາມະຕິ, ພາໄປເຖິງການຕັດການຕິດຕໍ່ພົວພັນກັບ Hezbollah ໂດຍອີງຕາມຂໍ້ຕົກລົງນີ້.

ເຖິງຢ່າງໃດກໍຕາມ, ປັດຈຸບັນ, ບັນດາປະເທດສະມາຊິກຂອງ ສະຫະພັນ ອາຣັບ ກໍ່ໄດ້ເຫັນດີຕໍ່ການຖື Hezbollah ບໍ່ແມ່ນອົງການກໍ່ການຮ້າຍອີກ. ທ່ານ Zaki ມາຢ້ຽມຢາມ ລີບັງ ໃນລະຫວ່າງວັນທີ 23 – 28 ມິຖຸນາ ແລະ ພົບປະກັບກຸ່ມຕາງໜ້າບັນດາທັດສະນະການເມືອງທີ່ແຕກຕ່ງກັນຢູ່ ລີບັງ. ນີ້ໄດ້ຮັບຖືວ່າການການພົບປະຄັ້ງທຳອິດລະຫວ່າງສະຫະພັນ ອາຣັບ ແລະ Hezbollah ໃນໄລຍະ 10 ກ່ວາປີຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ