ສະ​ຫະ​ພັນ​ກິ​ລາບານ​ເຕະ ຫວຽດ​ນາມ ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່ ສະ​ຫະ​ພັນກິ​ລາ​ບານ​ເຕະ ອິນ​ໂດ​ເນ​ເຊຍ

(VOVWORLD) -ຕອນຄ່ຳວັນທີ 1 ຕຸລາ, ທ່ານ ເຈິ່ນກວັກຕວັນ ຮັກສາການປະທານສະຫະພັນບານເຕະ ຫວຽດນາມ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈໄປຍັງສະຫະພັນບານເຕະ ອິນໂດເນເຊຍ ແລະ ການນຳສູງສຸດຂອງບານເຕະ ອິນໂດເນເຊຍ, ພ້ອມດຽວກັນນັ້ນ ກໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງຜູ້ປະສົບເຄາະຮ້າຍໃນເຫດການທີ່ໜ້າເສຍດາຍນີ້.
ສະ​ຫະ​ພັນ​ກິ​ລາບານ​ເຕະ ຫວຽດ​ນາມ ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່ ສະ​ຫະ​ພັນກິ​ລາ​ບານ​ເຕະ ອິນ​ໂດ​ເນ​ເຊຍ - ảnh 1ການຈະລາຈົນຢູ່ສະໜາມກິລາ Kanjuruhan  (ພາບ: MNC)

ພາຍຫຼັງໄດ້ຮັບຂ່າວກ່ຽວກັບການຈະລາຈົນຢູ່ສະໜາມກິລາ Kanjuruhan ເຮັດໃຫ້ມີຜູ້ເສຍຊີວິດ ຫຼາຍກວ່າ 100 ຄົນ ໃນຂອບເຂດລາຍການແຂ່ງຂັນຊິງແຊ້ມບານເຕະແຫ່ງຊາດ ອິນໂດເນເຊຍ, ຕອນຄ່ຳວັນທີ 1 ຕຸລາ, ທ່ານ ເຈິ່ນກວັກຕວັນ ຮັກສາການປະທານສະຫະພັນບານເຕະ ຫວຽດນາມ ໄດ້ສົ່ງຄຳແບ່ງເບົາຄວາມເສົ້າສະຫຼົດໃຈໄປຍັງສະຫະພັນບານເຕະ ອິນໂດເນເຊຍ ແລະ ການນຳສູງສຸດຂອງບານເຕະ ອິນໂດເນເຊຍ, ພ້ອມດຽວກັນນັ້ນ ກໍສະແດງຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງຜູ້ປະສົບເຄາະຮ້າຍໃນເຫດການທີ່ໜ້າເສຍດາຍນີ້.

ທ່ານ ເຈິ່ນກວັກຕວັນ ກໍໃຫ້ຮູ້ວ່າ: ນີ້ແມ່ນເລື່ອງລາວທີ່ໜ້າເສຍໃຈສຳລັບບານເຕະ ອິນໂດເນເຊຍ ເວົ້າສະເພາະ ແລະ ບານເຕະໂລກເວົ້າລວມ. ສະຫະພັນບານເຕະ ຫວຽດນາມ ກໍຂໍສົ່ງຄຳພາວະນາແບ່ງປັນຄວາມເສົ້າສະຫຼົດໃຈເຖິງສະຫະພັນບານເຕະ ອິນໂດເນເຊຍ ໃນຈຸດເວລາທີ່ເຈັບປວດນີ້.


ຕອບກັບ

ຂ່າວ/ບົດ​ອື່ນ