ສະ​ຫະ​ພັນ​ຍຸດ​ທະ​ສາດ​ທົ່ວ​ໂລກ: ຫວຽດ​ນາມ ມີ​ບັນ​ດາ​ບາດ​ກ້າວຢ່າງ​ ຂ້ຽວ​ຂາດໃນ​ການປົກ​ປ້ອງ​ປະ​ຊາ​ຊົນ ແລະ ​ອາ​ນຸ​ລັກ ​ຊີ​ວະ​ນາໆ​ພັນ

(VOVWORLD) -ວັນທີ 21 ສິງຫາ, ສະຫະພັນຍຸດທະສາດທົ່ວໂລກ “EndPandemics.Earth” ໄດ້ສົ່ງຈົດໝາຍຂອບໃຈຕໍ່ລັດຖະບານ ແລະ ສະພາແຫ່ງຊາດຫວຽດນາມກ່ຽວກັບບັນດາບາດກ້າວຢ່າງຂ້ຽວຂາດໃນການປົກປ້ອງປະຊາຊົນ ແລະ ອານຸລັກ ຊີວະນາໆພັນ.
ສະ​ຫະ​ພັນ​ຍຸດ​ທະ​ສາດ​ທົ່ວ​ໂລກ: ຫວຽດ​ນາມ ມີ​ບັນ​ດາ​ບາດ​ກ້າວຢ່າງ​ ຂ້ຽວ​ຂາດໃນ​ການປົກ​ປ້ອງ​ປະ​ຊາ​ຊົນ ແລະ ​ອາ​ນຸ​ລັກ ​ຊີ​ວະ​ນາໆ​ພັນ - ảnh 1 ພາບປະກອບ: TTXVN

ໃນຈົດໝາຍ, ສະຫະພັນຍຸດທະສາດທົ່ວໂລກ ໄດ້ຕີລາຄາສູງຕໍ່ບັນດາຜົນງານທີ່ຫວຽດນາມບັນລຸໄດ້ໃນການປ້ອງກັນ, ສະກັດກັ້ນໂລກລະບາດ Covid – 19. ຫວຽດນາມ ບໍ່ພຽງແຕ່ມານະພະຍາຍາມຈຳກັດຈຳນວນຜູ້ຕິດເຊື້ອພະຍາດ Covid – 19 ແລະ ຜູ້ເສຍຊີວິດໃຫ້ ຢູ່ໃນລະດັບຕ່ຳເທົ່ານັ້ນ ຫາກຍັງ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈລົບລ້າງຄວາມສ່ຽງເກີດໂລກລະບາດທີ່ມີຕົ້ນກຳເນີນມາຈາກສັດປ່າ ໃນອະນາຄົດຕື່ມອີກດ້ວຍວິທີເພີ່ມທະວີການຄຸ້ມຄອງການເຄື່ອນໄຫວຄ້າຂາຍສັດປ່າຜ່ານການປະກາດໃຊ້ຄຳສັ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ