ສະຫະພັນທະນາຍຄວາມຕ້ອງແມ່ນຂົວເຊື່ອມຕໍ່ລະຫວ່າງພັກແລະອົງຄະນະຍາດຢ່າງໝັ້ນຄົງ

ສະຫະພັນທະນາຍຄວາມຕ້ອງແມ່ນຂົວເຊື່ອມຕໍ່ລະຫວ່າງພັກແລະອົງຄະນະຍາດຢ່າງໝັ້ນຄົງ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ
ກ່າ​ວຄຳ​ເຫັນ​ທີ່ພິທີ
(ພາບ: TTXVN)


(vovworld) – ຕອນ​ຄໍ່​າວັນ​ທີ 13/10, ຢູ່​ຮ່າ​ໂນ້ຍ, ສະຫະພັນ​ທະນາຍຄວາມຫວຽດນາມ ​ໄດ້​ຈັດ​ພິທີ​ສະ​ເຫຼີມສະຫຼອງ 70 ປີ​ແຫ່ງ​ວັນ​ມູນ​ເຊຶ້ອທະນາຍຄວາມ​ຫວຽດນາມ (10/10/1945 – 10/10/2015). ກ່າ​ວຄຳ​ເຫັນ​ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຊີ້​ແຈ​້ງວ່າ, ສະຫະພັນ​ທະນາຍຄວາມ​ຫວຽດນາມ ​ແລະ ທະນາຍຄວາມ ຄວາມ​ກຽມພ້ອມ​ປະຕິບັດ​ບັນດາ​ໜ້າ​ທີ່​ການ​ເມືອງ, ກົດໝາຍ​ໂດ​ຍລັດ​ມອບ​ໝາຍ​ໃຫ້. ສະຫະພັນທະນາຍຄວາມ​ຫວຽດນາມ ຕ້ອງ​​ແມ່ນ​ຂົວ​​ເຊື່ອມຕໍ່ລະຫວ່າງ​ລັດ ​ແລະ ວົງ​ຄະນະ​ຍາດສັງຄົມ ກັບ​ຖັນ​ແຖວ​ທະນາຍຄວາມຢ່າງ​ໝັ້ນຄົງ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ, ​​ໃນ​ໄລຍະ​ຈະ​ມາ​ເຖິງ, ຕ້ອງ​ສຶກສາ, ບ​ຳລຸງ​ສ້າງ​ໃຫ້​​​​​ຖັນ​ແຖວ​ທະນາຍຄວາມ​ມີ​ຄວາມ​ສາມາດ​ໃຫ້​ຄຳ​ປຶກສາ ​ແລະ ​ໂຕ້​ແຍ້​ງຄະດີ​ສາກົນ, ສາມາດ​ເປັນ​ເສນາ​ທິການ​ໃຫ້​ລັດຖະບານ, ທຸກ​ຂັ້ນ​, ທຸກຂະ​ແໜງ​ການ​, ທ້ອງ​ຖິ່ນ​ຕ່າງໆ ​ໃນ​ວຽກ​ງານ​ປົກປ້ອງ​ຜົນ​ປະ​ໂຫຍດ​ແຫ່ງ​ຊາດ, ປົກ​ປ້ອງ​ຜົນ​ປະ​ໂຫຍດອັນ​ຊອບ​ທຳ​ຂອງ​ບັນດາ​ອົງການ​ຈັດ​ຕັ້ງ​ສັງຄົມ, ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ວິວັດທະ​ນາ​ການ​ເຊື່ອມ​ໂຍງ​ເຂ​ົ້າກັບ​ສາກົນ.

      ​ໂດຍ​ຕາງໜ້າ​ໃຫ້ການ​ນຳ​ພັກ, ລັດ, ທ່ານ​ຮອງປະທານ​ສະພາ​ແຫ່ງ​ຊາດ ອວງຈູ​ລິວ ​ໄດ້​ມອບ​ຫຼຽນ​ໄຊ​ແຮງ​ງານ​ຊັ້ນ 3 ​ໃຫ້​ສະຫະພັນ​ທະນາຍຄ​ວາ​​ມ ຍ້ອມ​ມີ​ຜົນງານ​ດີ​ເດັ່ນ​ໃນ​ວຽກ​ງານ​ພັດທະນາ​ຖັນ​ແຖ​ວທະນາຍຄວາມ, ​ໂຄສະນາ ​ແລະ ​ເຜີ​ຍ​ແຜ່​ກົດໝາຍ ປະກອບສ່ວນ​ເຂ​ົ້າ​ໃນ​ພາລະກິດ​ສ້າງສາ​​ສັງຄົມ​ນິຍົມ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ