ສະຫະພັນນັກຂ່າວ ອາຊຽນ ອອກຖະແຫຼງການກ່ຽວກັບໂຄວິດ-19

(VOVWORLD) - ເພື່ອແນໃສ່ຍົກສູງຈິດໃຈສາມັກຄີລະຫວ່າງລັດຖະບານ ແລະ ປະຊາຊົນບັນດາປະເທດພາກພື້ນ ອາຊຽນ ໃນວຽກງານຮັບມືກັບວິກິດການ, ທີ່ກອງປະຊຸມທາງອອນລາຍຂອງສະຫະພັນນັກຂ່າວ ອາຊຽນ (CAJ), ບັນດາປະເທດສະມາຊິກ CAJ ໄດ້ອອກ “ຖະແຫຼງການຂອງສະຫະພັນນັກຂ່າວ ອາຊຽນ ທີ່ກ່ຽວຂ້ອງເຖິງໂລກລະບາດໂຄວິດ-19”.
ສະຫະພັນນັກຂ່າວ ອາຊຽນ ອອກຖະແຫຼງການກ່ຽວກັບໂຄວິດ-19 - ảnh 1ບັນດາອົງການສື່ມວນຊົນ ມີຄວາມຮັບຜິດຊອບຕ້ານຄືນຂ່າວປອມ ແລະ ຂ່າວບໍ່ມີມູນຄວາມຈິງກ່ຽວກັບໂລກລະບາດບັນດານັກຂ່າວພວມ hanoimoi.com.vn

ຖະແຫຼງການລວມມີ 7 ຂໍ້, ໃນນັ້ນ ມີເນື້ອໃນເນັ້ນໜັກວ່າ ສື່ມວນຊົນ - ການສື່ສານຄວນຊ່ວຍໃຫ້ປະຊາຊົນມີຄວາມເຂົ້າໃຈກ່ຽວກັບໂລກລະບາດ ແລະ ວິທີປົກປ້ອງຕົນເອງຈາກໂລກລະບາດ. ສະນັ້ນ, ບັນດາອົງການສື່ມວນຊົນ ມີຄວາມຮັບຜິດຊອບຕື່ມອີກ ນັ້ນແມ່ນຮ່ວມແຮງຮ່ວມໃຈຕ້ານຄືນຂ່າວປອມ ແລະ ຂ່າວບໍ່ມີມູນຄວາມຈິງກ່ຽວກັບໂລກລະບາດ, ເຊິ່ງແມ່ນສິ່ງທີ່ພວມເປັນບັນຫາຮ້ອນເຮັ່ງປະຈຸບັນໃນພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ