ສະ​ຫະ​ພັນ​ບານ​ເຕະ​ອາ​ຊີເລື່ອນ​​ການ​ແຂ່ງ​ຂັນທັງ​ໝົດ​ໃນ​ເດືອນມີ​ນາ - ເມ​ສາ 2020

(VOVWORLD) -ສະຫະພັນບານເຕະອາຊີເລື່ອນການແຂ່ງຂັນທັງໝົດໃນເດືອນມີນາ - ເມສາ 2020ແມ່ນຂໍ້ຕົກລົງສະບັບຫຼ້າສຸດຂອງ AFC ທີ່ກ່ຽວຂ້ອງເຖິງ ວຽກງານກະກຽມຈັດຕັ້ງ ບັນດາການແຂ່ງຂັນຂອງ AFC ໃນສະພາບການໂລກລະບາດ Covid – 19.
ສະ​ຫະ​ພັນ​ບານ​ເຕະ​ອາ​ຊີເລື່ອນ​​ການ​ແຂ່ງ​ຂັນທັງ​ໝົດ​ໃນ​ເດືອນມີ​ນາ - ເມ​ສາ 2020 - ảnh 1ສະຫະພັນບານເຕະອາຊີເລື່ອນການແຂ່ງຂັນທັງໝົດໃນເດືອນມີນາ - ເມສາ 2020 (ພາບ: VFF)

ສະຫະພັນບານເຕະອາຊີ (AFC) ຫາກໍ່ ສົ່ງແຈ້ງການໄປຍັງບັນດາສະຫະພັນບານເຕະປະເທດສະມາຊິກ ກ່ຽວກັບການຕົກລົງເລື່ອນບັນດາການແຂ່ງຂັນບານເຕະ ຕາມຕາຕະລາງທັງໝົດ ເຊິ່ງຄາດຄະເນວ່າ ຈະດຳເນີນໃນເດືອນມີນາ ແລະ ເມສາ 2020. ນີ້ແມ່ນຂໍ້ຕົກລົງສະບັບຫຼ້າສຸດຂອງ AFC ທີ່ກ່ຽວຂ້ອງເຖິງ ວຽກງານກະກຽມຈັດຕັ້ງ ບັນດາການແຂ່ງຂັນຂອງ AFC ໃນສະພາບການໂລກລະບາດ Covid – 19.

ກ່ອນໜ້ານັ້ນ, ໃນວັນທີ 9 ມີນາ, ຍ້ອນການຜັນແປຢ່າງສັບສົນຂອງໂລກລະບາດ ແລະ ການຈຳກັດການເດີນທາງໄປມາ ຂອງ ບັນດາທິມບານເຕະ ແລະ ນັກເຕະ ຢູ່ຫຼາຍປະເທດໃນທົ່ວອາຊີ, AFC ໄດ້ຈັດກອງປະຊຸມກັບສະຫະພັນບານເຕະໂລກ (FIFA) ແລະ ຍົກອອກຂໍ້ຕົກລົງເລື່ອນການແຂ່ງຂັນທັງໝົດ ໃນເດືອນມີນາ 2020 ຢູ່ຮອບຄັດເລືອກທີ 2 World Cup 2020 ຢູ່ພາກພື້ນອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ