ສະຫະພັນປາຊີຟິກແລະຫວຽດນາມໃນສະພາບໂລກາພິວັດ

(VOVWORLD) -ວັນທີ 22 ພຶດສະພາ, ຢູ່ຮ່າໂນ້ຍ, ເອກອັກຄະລັດຖະທູດບັນດາປະເທດ ຈີເລ, ໂລໂລມບີ, ເມັກຊີໂກ ແລະ ເປຣູ - ສະມາຊິກຂອງສະຫະພັນປາຊີຟິກ ໄດ້ສົມທົບກັບກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ຈັດຕັ້ງການໂອ້ລົມສົນທະນາດ້ວຍຫົວຂໍ້ວ່າ “ສະຫະພັນປາຊີຟິກ ໃນສະພາບໂລກາພິວັດ” ເຊິ່ງຖືກດຳເນີນໃນລະຫວ່າງວັນທີ 22 – 28 ພຶດສະພາ, ເພື່ອແນໃສ່ຊຸກຍູ້ດ້ານການຄ້າ ແລະ ພົວພັນແລກປ່ຽນວັດທະນະທຳລະຫວ່າງຫວຽດນາມ ແລະ ບັນດາປະເທດສະຫະພັນປາຊີຟິກ. 
ສະຫະພັນປາຊີຟິກແລະຫວຽດນາມໃນສະພາບໂລກາພິວັດ - ảnh 1 (ການໂອ້ລົມສົນທະນາ)

ກ່າວຄຳເຫັນທີ່ການໂອ້ລົມສົນທະນາ, ທ່ານເລຂາທິການໃຫຍ່ສະຫະພັນປາຊີຟິກ Eduardo Pedrosa ເນັ້ນໜັກວ່າ, ນີ້ແມ່ນການເຄື່ອນໄຫວຖືກຈັດຕັ້ງເພື່ອແນໃສ່ຈຸດປະສົງສະໜັບສະໜູນຫວຽດນາມ ໃນຖານະເປັນຜູ້ປະສານງານອາຊຽນ ກັບສະຫະພັນປາຊີຟິກ ແລະ ປັບປຸງການພົວພັນຮ່ວມມືລະຫວ່າງ 2 ກຸ່ມ; ພ້ອນກັນນັ້ນກໍ່ເພື່ອແນໃສ່ສົ່ງເສີມການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນລະຫວ່າງສະຫະພັນປາຊີຟິກ ກັບຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ