ສະຫະພັນລັດເຊຍຍາມໃດກໍ່ຮຽງບາຮຽງໄຫຼ່ພ້ອມກັບຫວຽດນາມ

ສະຫະພັນລັດເຊຍຍາມໃດກໍ່ຮຽງບາຮຽງໄຫຼ່ພ້ອມກັບຫວຽດນາມ - ảnh 1
ທ່ານ ຫງວຽນ​ແທງ​ເຊີນ ແລະ ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ພັນ​ລັດ​ເຊຍ Vladimir Putin
(ພາບ: ວັງ Kremlin)


(vovworld) – ສະ​ຫະ​ພັນ​ລັດ​ເຊຍ​ຍາມ​ໃດ​ກໍ່​ຮຽງ​ບາ​ຮຽງ​ໄຫຼ່​ພ້ອມ​ກັບ ຫວຽດ​ນາມ - ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ພັນ​ລັດ​ເຊຍ Vladimir Putin ຢັ້ງ​ຢືນຄື​ແນວນັ້ນ​ໃນ​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ສະ​ຫະ​ພັນ ລັດ​ເຊຍ ຫງວຽນ​ແທງ​ເຊີນ ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ໃນ​ວັນ​ທີ 19/11. ທ່ານ Vladimir Putin ຢືນ​ຢັນ​ເລື່ອງ​ປັບ​ປຸງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ ລັດ​ເຊຍ ແລະ ຫວຽດ​ນາມ ​ສາມ​າດຕອບ​ສະ​ໜອງ​​ ບັນ​ດາ​ຜົນ​ປະ​ໂຫຍດ​ຍາວ​ນານ​ຂອງ​ທັງ 2 ຝ່າຍ:

        “ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແຕ່ຫຼາຍ​ປີ​ມານີ້ ໄດ້​ເຊື່ອມ​ຈອດ​ລັດ​ເຊຍ​ກັບ ຫວຽດ​ນາມ. ເລື່ອງ​ປັບ​ປຸງ​ການ​ພົວ​ພັນ​ຮ່ວມ​ມື​ຍຸດ​ທະ​ຍາດ​ຮອບ​ດ້ານ​ລະ​ຫວ່າງ 2 ປະ​ເທດ​​ສາ​ມາດຕອບ​ສະ​ໜອງ​ຄຳ​ຮຽກ​ຮ້ອງ​ລວມ​ຂອງ​ແຕ່​ລະ​ປະ​ເທດ​ທັງ​ໃນ​ອະ​ນາ​ຄົດ​ຍາວ​ນານ. ພວກ​ເຮົາ​ພວມ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ພະ​ລັງ​ງານ, ນັບ​ທັງ​ພະ​ລັງ​ງານ​ນິວເຄຼຍ​ສັນ​ຕິ​ພາບ ແລະ ໃນ​ຂະ​ແໜງ​ອຸດ​ສາ​ຫະ​ກຳ​ນ້ຳ​ມັນ​ອາຍ​ແກັດ, ພວມ​ເຮັດ​ວຽກ​ເພື່ອ​​ສັນ​ຍາການ​ຄ້າ​ເສ​ລີ​ລະ​ຫວ່າງ​ສຳ​ພັນ​ທ​ະ​ມິດ​ພາ​ສີ (ລວມ​ມີ: ລັດ​ເຊຍ, ເບ​ລາ​ຣຸດ ແລະ ກະ​ຢັກ​ສະ​ຖານ) ແລະ ຫວຽດ​ນາມ. ພວກ​ຂ້າ​ພະ​ເຈົ້າ​ກໍ່​ພວມ​ລໍ​ຄອຍ​ການ​ຢ້ຽມ​ຢາມ ລັດ​ເຊຍ​ຂອງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ຫວຽດ​ນາມ ຫງວຽນ​ຟູ່​ຈ້ອງ ​ເຊິ່ງຈະ​ດຳ​ເນີນ​ໄປ​ໃນ​ອາ​ທິດ​ໜ້າ.”

        ທ່ານ Vladimir Putin ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຫວຽດ​ນາມ ຈະ​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ຢ່າງ​ແຮງ ແລະ ບັນ​ດາ​ການ​ປ່ຽນ​ໃໝ່​ໃຫ​ຍ່ຫຼວງ​ກ່​ວາ​ອີກ, ພ້ອມ​ທັງ​ຢືນ​ຢັນ ລັດ​ເຊຍ ຍາມ​ໃດ​ກໍ່​ຮຽງ​ບາ​ຮຽງ​ໄຫຼ່​ພ້ອມ​ກັບ ຫວຽດ​ນາມ.


ຂ່າວ/ບົດ​ອື່ນ