ສະຫະພັນສະຫະກອນ ຫວຽດນາມ ຈັດຕັ້ງກອງປະຊຸມພັດທະນາເສດຖະກິດຮ່ວມມື

(VOVWORLD) - ຕອນບ່າຍວັນທີ 19 ມັງກອນ, ທີ່ຮ່າໂນ້ຍ, ສະຫະພັນສະຫະກອນ ຫວຽດນາມ ໄດ້ຈັ້ດຕັ້ງກອງປະຊຸມພັດທະນາເສດຖະກິດຮ່ວມມື, ສະຫະກອນ ແລະ ການເຄື່ອນໄຫວຂອງລະບົບສະຫະພັນສະຫະກອນ ຫວຽດນາມ ປີ 2018, ຜັນຂະຫຍາຍໜ້າທີປີ 2019.
ສະຫະພັນສະຫະກອນ ຫວຽດນາມ ຈັດຕັ້ງກອງປະຊຸມພັດທະນາເສດຖະກິດຮ່ວມມື - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ (ພາບ: VGP)

ປັດຈຸບັນ, ທົ່ວປະເທດມີສະຫະກອນ 22.456 ແຫ່ງ, ໃນນັ້ນ ມີສະຫະກອນກະສິກຳ 13.000 ແຫ່ງ.

        ເມື່ອປຶກສາຫາລືທີ່ກອງປະຊຸມ, ບັນດາຜູ້ແທນຖືວ່າ: ບັນດາສະຫະກອນເກືອບທັງໝົດມີຄວາມຮັບຮູ້ ແລະ ຄວາມຕ້ອງການຜະລິດ, ດຳເນີນທຸລະກິດທີ່ຕິດພັນກັບລະບົບມູນຄ່າເພື່ອພັດທະນາແບບຍືນຍົງ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫ້ວ ເນັ້ນໜັກວ່າ:

        ຕິດຕາມກວກກາ ແລະ ຕີລາຄາເຂດເສດຖະກິດຮ່ວມມືຢ່າງມີປະສິດທິຜົນແທດຈິງ ເພື່ອແກ້ໄຂໄດ້ 2 ເລື່ອງ: ທີ່ 1 ແມ່ນລະເຫຼີງ, ບໍ່ເອົາໃຈໃສ່ຊີ້ນຳຢ່າງຂ້ຽວຂາດ. ທີ 2 ແມ່ນບັງຄັບ, ຫັນເປັນບໍລິຫານ, ຮູບການ.  ໃນໄລຍະຈະມາເຖິງ ຕ້ອງເນັ້ນໜັກຕື່ມ, ກວດກາຄືນໃໝ່ສະຫະກອນທຳມາຫາກິນມີປະສິດທິຜົນຫຼືບໍ່.

        ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ມອບຫຼຽນໄຊແຮງງານຊັ້ນ 1 ຂອງປະທານປະເທດ ແລະ ລາງວັນອັນສູງສົ່ງອື່ນໃຫ້ໝູ່ຄະນະ, ສ່ວນບຸກຄົນທີີ່ມີຜົນງານດີເດັ່ນຫລາຍຢ່າງໃນການພັດທະນາເສດຖະກິດຮ່ວມມື, ສະຫະກອນສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ