ສະຫະພັນສະຫະກອນຫວຽດນາມສະເຫຼີມສະຫຼອງ 20 ປີ ແຫ່ງການສ້າງຕັ້ງ

ສະຫະພັນສະຫະກອນຫວຽດນາມສະເຫຼີມສະຫຼອງ 20 ປີ ແຫ່ງການສ້າງຕັ້ງ - ảnh 1
ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ໄດ້ມອບຫຼຽນໄຊແຮງງານໃຫ້ແກ່ໝູູ່ຄະນະ, ບຸກຄົນຂອງສະຫະພັນສະຫະກອນ ຫວຽດນາມ
(ພາບ: VGP/Nguyên Linh)

​(vovworld) – ວັນ​ທີ 29/10, ສະຫະພັນ​ສະຫະ​ກອນ​ຫວຽດນາມຈັດ​ຕັ້ງ​ພິທີ​ສະ​ເຫຼີ​ມສະຫຼອງ 20 ປີ ​ແຫ່ງ​ວັນ​ສ້າງ​ຕັ້ງ (29/10/1993-29/10/2013). ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ໜັກ​ວ່າ, ການ​ພັດທະນາ​ເສດຖະກິດ​ລວມໝູ່​ແມ່ນ​ແຜນ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ ​ພັກ ​ແລະ ລັດຫວຽດນາມ. ສະຫະພັນ​ສະຫະ​ກອນຫວຽດນາມ ຄວນ​ສຸມ​ໃສ່​ຜັນ​ຂະຫຍາຍ​ການ​ປະຕິບັດຂໍ້​ສະຫຼຸບ 56 ຂອງ​ກົມ​ການ​ເມືອງ ກ່ຽວ​ກັບ​ການ​ສືບ​ຕໍ່​ປ່ຽນ​ໃໝ່, ພັດທະນາ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ເສດຖະກິດ​ລວມໝູ່​ ແລະ ກົດໝາຍ​ວ່າ​ດ້ວຍ ສະຫະກອນ​ປີ 2012. ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ໜັກ​ວ່າ:

“ສະຫະພັນ​ສະຫະ​ກອນ​ຫວຽດນາມ ພ້ອມ​ກັບ ສະຫະພັນ​ສະຫະ​ກອນ​ບັນດາ​ແຂວງ, ນະຄອນ ຄວນ​ເສີມ​ຂະຫຍາຍ​ນ້ຳ​ໃຈ​ຮັບຜິດຊອບ​ສູງ​ກວ່າ​ອີກ ​ເພື່ອ​ແກ້​ໄຂ​ຄວາມ​ອ່ອນ​ດ້ອຍ, ຖືກ​ຈຳກັດ​ຂອງ​ພາກສ່ວນ​ເສດຖະກິດ​ລວມໝູ່ ​ແລະ ສະຫະກອນ; ​ເອົາ​ໃຈ​ໃສ່​ເຖິງ​ການ​ປ່ຽນ​ໃໝ່ ​ແລະ ປັບປຸງ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ອົງການ​ສະຫະພັນ; ສຸມ​ໃສ່​ປະຕິບັດ​ບົດບາດ​ເປັນ​ອົງການ​ຕາງໜ້າ​ຂອງ​ບັນດາ​ສະຫະກອນ ​ແລະ ປະກອບສ່ວນ​ນຳ​ເສດຖະກິດ​ລວມໝູ່​ສະຫະກອນ​ເຄື່ອນ​ໄຫວ​ຢ່າງ​ມີ​ປະສິດທິ​ຜົນ, ​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ​ອັນ​ໃຫຍ່​ຫຼວງ​ຂອງ​ມັນ ແລະ ປະກອບສ່ວນ​ຢ່າງ​ເໝາະ​ສົມ​ກວ່າ​ອີກ​ເຂົ້າ​ໃນ​ພາລະກິດ​ພັດທະນາ​ປະ​ເທດ​ຊາດ​ໃນ​ ໄລຍະ​ໃໝ່“

ຂ່າວ/ບົດ​ອື່ນ