ສະຫະພັນອາຣັບ ຈະຈັດກອງປະຊຸມ ສຸດຍອດໃນທ້າຍເດືອນ 3

ສະຫະພັນອາຣັບ ຈະຈັດກອງປະຊຸມ ສຸດຍອດໃນທ້າຍເດືອນ 3 - ảnh 1
ທ່ານ​ຮອງ​ເລຂາທິການ​ໃຫຍ່ Ahmed Ben Helli
( ພາບ : alfayhaa.tv )


( vovworld ) – ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ເມື່ອ​ວັນ​ທີ 22/3 ຢູ່​ນະ​ຄອງ​ຫຼວງ​ ກາຍ​ໂຣ ປະ​ເທດເອຍີບ, ທ່ານ​ຮອງ​ເລຂາທິການ​ໃຫຍ່ສະຫະພັນ​ອາຣັບ Ahmed Ben Helli ​ໃຫ້​ຮູ້​ວ່າ ອົງການ​ນີ້​ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ຂຶ້ນໃນ​ວັນທີ 29/3 ທີ່​ຈະ​ມາ​ເຖິງ​ຢູ່​ນະຄອນຫຼວງ ​ແບກ​ແດກ, ອີຣັກ. ຄາດ​ວ່າ, ກອງ​ປະຊຸມ​ຄັ້ງ​ນີ້​ຈະ​ປຶກສາ​ຫາລື ​ແລະ ​ຕົກລົງ​ຫຼາຍ​ບັນຫາ​ສຳຄັນ​ຄື; ສະພາບ​ການ​ຢູ່ ຊີຣີ, ສະພາບ​ການ​ຢູ່ ​ເຢຍ​ແມນ, ບັນຫາ​ຂອງ​ ອິດສະຣາ​ແອນ ​ແລະ ປາ​ແລດ​ສະຕິ​ນ, ຕ້ານກໍ່​ການ​ຮ້າຍ… ທ່ານ Helli ​ໃຫ້​ຮູ້​ວ່າ ກ່ອນ​ທີ່ຈະ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​​ແມ່ນ, ຈະ​ຈັດກອງ​ປະຊຸມ​ລັດຖະມົນຕີການ​ຕ່າງປະ​ເທດ ​ແລະ ລັດຖະມົນຕີກະຊວງ​ເສດຖະກິດສະຫະພັນ​ອາຣັບ. ກອງ​ປະຊຸມ​ສຸດ​ຍອດ​ຂອງ​ກຸ່ມ​ນີ້​ຈະ​ປະຕິບັດ​ຕາມ​ແຜນການ​ທຳ​ອິດ​ທີ່​ດຳ​ເນີ​ນໄປ​ໃນ​ປີ 2011 ຢູ່ແບກ​ແດກ, ​ແຕ່​ຢູ່​ຫຼາຍປະ​ເທດ​ຂອງ​ອາຣັບ ຍັງ​ຂາດ​ຄວາມ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ ​ເພາະສະ​ນັ້ນ​ຕ້ອງ​​ໂຈະ​ໄວ້. ນີ້​​ເປັນ​ຄັ້ງ​ທຳ​ອິດ​ທີອີຣັກ ​ເປັນ​ເຈົ້າ​ພາບຈັດ​ກອງ​ປະຊຸມ​ຂັ້ນ​ສູງຂອງສະຫະພັນ​ອາຣັບ ນັບ​ແຕ່​ປີ 1990.

ຂ່າວ/ບົດ​ອື່ນ